ນະຄອນ ໂຮ່ຈິມິນ: ແຈ້ງຂໍ້ມູນກ່ຽວກັບມະຕິເລກທີ 98 ໃຫ້ຊາວຫວຽດນາມ ທີ່ອາໄສຢູ່ ແຟງລັງ
ຍສໝ - ແຕ່ວັນທີ 13-14 ກັນຍາ (ຕາມເວລາທ້ອງຖິ່ນ), ສະຖານທູດ ຫວຽດນາມ ປະຈຳ ແຟງລັງ ແລະ ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ (HCMC) ໄດ້ຈັດຕັ້ງກອງປະຊຸມແຈ້ງຂໍ້ມູນເຜີຍແຜ່ກ່ຽວກັບມະຕິເລກທີ 98/2023/QH15 ຂອງສະພາແຫ່ງຊາດ ແລະ ໂຄງການນະໂຍບາຍເສີມຂະຫຍາຍຢ່າງມີສິດທິຜົນແຫຼ່ງກຳລັງການສົ່ງເງິນຕາຕ່າງປະເທດກັບຄືນມາປະເທດ ຂອງຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ບົນບໍລິເວນນະຄອນ ໂຮ່ຈິມິນ ນັບແຕ່ນີ້ຮອດປີ 2030 ແລະ ລາຍການສິລະປະ ໄດ້ສະແດງເພື່ອຮັບໃຊ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ດ້ວຍຫົວຂໍ້: “ຈັງຫວະຂອງນະຄອນໜຸ່ມ”.