ອົງການຊ່ວຍເຫຼືອເດັກຫນູນຊ່ວຍປະຊາຊົນ ອຽນບ໋າຍ ກໍ່ສ້າງຊີວິດຄືນໃໝ່ພາຍຫຼັງພະຍຸເລກທີ 3
ຍສໝ - ໃນລະຫວ່າງ 2 ວັນແຕ່ວັນທີ 4-5 ພະຈິກ, ປະຊາຊົນຫຼາຍພັນຄອບຄົວຢູ່ແຂວງ ອຽນບ໋າຍ ເຊິ່ງແມ່ນບັນດາຄົນທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງຈາກພະຍຸເລກທີ 3 (Yagi) ກໍ່ໄດ້ຮັບການໜູນຊ່ວຍຈາກລາຍການຊ່ວຍເຫຼືອສຸກເສີນໂດຍອົງການຊ່ວຍເຫຼືອເດັກສົມທົບກັບບັນດາຄູ່ຮ່ວມມື.