ຈະຈັດງານວາງສະແດງ LAO ICT EXPO 2019 ກາງເດືອນມິຖຸນານີ້
ງານວາງສະແດງ Lao ICT EXPO 2019 ຂຶ້ນເປັນປີທີ III ວັນທີ 12-16 ມິຖຸນາ 2019 ຢູ່ສູນການຄ້າລາວ-ໄອເຕັກ ເພື່ອເປັນເວທີໃນການສ້າງໂອກາດໃຫ້ຜູ້ປະກອບການ ຜູ້ຜະລິດ ຜູ້ບໍລິການ ຜູ້ຊົມໃຊ້ ແລະ ຜູ້ຄຸ້ມຄອງ ເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ໄດ້ພົບປະແລກປ່ຽນບົດຮຽນ ສ້າງຄວາມຮູ້-ຄວາມເຂົ້າໃຈ ແລະ ການຮ່ວມມືດ້ານການຄ້າ ແລະ ການພັດທະນາຮ່ວມກັນ.