ຍສໝ - ມົກເຈົາ ບໍ່ແມ່ນບ່ອນທ່ອງທ່ຽວໃໝ່ສຳລັບນັກທ່ອງທ່ຽວ. ໂດຍໄດ້ຂະໜານນາມວ່າ “ໄຂ່ມຸກສີຟ້າ” ຂອງເຂດພູດອຍທາງທິດຕາເວັນຕົກສ່ຽງເໜືອ, ມົກເຈົາ ມີຄວາມງາມທີ່ເຕັມໄປດ້ວຍພະລັງຊີວິດ ດ້ວຍທິວທັດທຳມະຊາດ ສີຂຽວສົດໄສ.
ຍສໝ - ໜານຊາທີ່ສະຫຼັບກັບດອກຜັກກາດສ້າງພາບທີ່ມະຫັດສະຈັນຂອງທິວທັດທໍາມະຊາດມົກເຈົາ ເມື່ອຖ່າຍດ້ວຍ flycam.
ຍສໝ - ເຂດພູດອກຜັັກກາດຂາວມີເນື້ອທີ່ກວ້າງ 17 ເຮັກຕາ, ຫ່າງຈາກໃຈກາງເທດສະບານເມືອງ ມົກເຈົາ ເກືອບ 30 ກິໂລແມັດ, ຫາກໍ່ໄດ້ຮັບການຄົ້ນພົບຈາກໄວໜຸ່ມທ້ອງຖິ່ນ.
ດ້ວຍພູມສັນຖານເປັນຫລາຍຮູບແບບ ເປັນຕົ້ນແມ່ນ ອາກາດປອດໂປ່ງເຢັນສະບາຍ, ແມ່ນເງື່ອນໄຂດີທີ່ສຸດເພື່ອພັດທະນາການທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ. ເພື່ອໃຫ້ເຂດທ່ອງທ່ຽວນີ້ພັດທະນາສົມກັບຄວາມສາມາດບົ່ມຊ້ອນ, ໃນຊຸມປີຜ່ານມາ ເມືອງ ມົກເຈົາ ແລະ ແຂວງ ເຊີນລາ ໄດ້ເອົາໃຈໃສ່ດຶງດູດນັກລົງທຶນເຂົ້າມາລົງທຶນຢູ່ເຂດນີ້. ໃນຕົວຈິງ ມີຫລາຍໂຄງການດ້ວຍເງິນລົງທຶນນັບພັນໆຕື້ດົ່ງ ໄດ້, ພວມ ຜັນຂະຫຍາຍ, ບໍ່ພຽງແຕ່ຊ່ວຍປຸກລຸກຄວາມສາມາດບົ່ມຊ້ອນເທົ່ານັ້ນ ຫາກຍັງປະກອບສ່ວນເຮັດໃຫ້ເຂດທ່ອງທ່ຽວນີ້ພັດທະນາ.
ດ້ວຍຍອດເນື້ອທີ່ວາງແຜນຜັງຂຶ້ນເຖິງ 206.150 ເຮັກຕາ ແລະ ມີທັດຊະນີຍະພາບທຳມະຊາດທີ່ເປັນເອກະລັກສະເພາະ ພ້ອມກັບຊາວທ້ອງຖິ່ນ ມີສີສັນວັດທະນະທຳຫຼາຍຮູບຫຼາຍແບບ, ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ໄດ້ຮັບການກຳນົດທິດກາຍເປັນໜຶ່ງ ໃນບັນດາກຳລັງໜູນ ເພື່ອພັດທະນາການທ່ອງທ່ຽວ ໃນເຂດພູດອຍທາງພາກເໜືອ ຫວຽດນາມ ຊຸກຍູ້ການພັດທະນາເສດຖະກິດ ສັງຄົມຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ແລະ ຮັບປະກັນການປ້ອງຫກັນຊາດ ປ້ອງກັນຄວາມສະຫງົບ