ລາວ: ກົມໃຫຍ່ຕຳຫລວດ ເຜີຍແຜ່ວຽກງານຕ້ານການຟອກເງິນ
ທ່ານ ພົນຈັດຕະວາ ຄໍາກິ່ງ ຜຸຍຫລ້າມະນີວົງ ໄດ້ຮຽກຮ້ອງໃຫ້ບັນດາທ່ານ ໃນນາມເປັນອົງການ ດໍາເນີນຄະດີອາຍາ ໃຫ້ມີຄວາມຮັບຜິດຊອບສູງ ໃນການປຶກສາຫາລື ແລະ ແລກປ່ຽນຄໍາເຫັນໃສ່ ວຽກງານການຕ້ານສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ ແກ່ການກໍ່ການຮ້າຍ ເພື່ອນໍາໄປຈັດຕັ້ງປະຕິບັດ ເຂົ້າໃນວຽກງານຕົວຈິງ ໄດ້ຢ່າງເໝາະສົມ ແລະ ມີປະສິດທິພາບ.