ທ່ານ ຫງວຽນຢຸຍຫງອກ, ກຳມະການກົມການເມືອງ, ເລຂາທິການຄະນະພັກຮ່າໂນ້ຍ: ຮ່າໂນ້ຍ, ດ້ວຍພາລະກິດບຸກເບີກຂອງຕົນ, ພ້ອມແລ້ວທີ່ຈະຫັນວິໄສທັດຂອງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກເປັນຕົວຈິງ
ຍສໝ - ໃນໂອກາດເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ທີ່ຮ່າໂນ້ຍ, ທ່ານ ຫງວຽນຢຸຍງອກ, ກຳມະການກົມການເມືອງ ແລະ ເລຂາທິການຄະນະພັກຮ່າໂນ້ຍ ໄດ້ໃຫ້ສຳພາດກ່ຽວກັບຜົນງານທີ່ໂດດເດັ່ນຂອງຮ່າໂນ້ຍໃນໄລຍະຜ່ານມາ, ພ້ອມທັງຢືນຢັນຄວາມຮັບຜິດຊອບທາງດ້ານການເມືອງອັນຍິ່ງໃຫຍ່ຂອງນະຄອນຫຼວງໃນການປະຕິບັດ ແລະ ຫັນວິໄສທັດ ແລະ ທິດທາງຍຸດທະສາດຂອງຄະນະກຳມະການສູນກາງເປັນຮູບປະທຳ. ດ້ວຍຄຳຂວັນ “ລະບຽບວິໄນ, ວິຊາຊີບ - ຄວາມກ້າວໜ້າ, ຄວາມຄິດສ້າງສັນ - ປະສິດທິພາບ, ຍືນຍົງ”, ຮ່າໂນ້ຍມຸ່ງໝັ້ນທີ່ຈະປະຕິບັດຢ່າງແຂງແຮງ, ເສີມຂະຫຍາຍບົດບາດສູນກາງ ແລະ ນຳພາຂອງຕົນ, ສ້າງພື້ນຖານ ແລະ ກຳລັງຂັບເຄື່ອນໃຫ້ແກ່ການພັດທະນາຂອງປະເທດໃນຍຸກໃໝ່.