ຍສໝ - ວັນທີ 12 ພະຈິກ, ຄະນະກຳມະການປະຊາຊົນແຂວງ ກ່າເມົາ ໄດ້ຈັດພິທີປະກາດການຕົກລົງຈັດອັນດັບຮ່ອງຮອຍຂັ້ນແຂວງ ແລະ ສະຫຼອງສິລາລຶກລະນຶກ ລຸງໂຮ່ ກັບຕົ້ນໝາກນ້ຳນົມພາກໃຕ້; ເລີ່ມດຳເນີນລາຍການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນບໍລິເວນແຂວງ ກ່າເມົາ ແລະ ເຄື່ອນທັບການເຄື່ອນໄຫວທົບທວນຄືນ 200 ວັນທີ່ມາເຕົ້າໂຮມຢູ່ພາກເໜືອໃນປີ 1954 ຢູ່ຕາແສງ ຈີຫຼືກ ແລະ ຈີຝາຍ, ເມືອງ ເທີຍບິ່ງ.
ໂດຍເປັນໜຶ່ງໃນບັນດາເຫດການທ່ອງທ່ຽວປະຈຳປີຂອງນະຄອນ ໂຮ່ຈິມິນ, ງານບຸນໝາກໄມ້ພາກໃຕ້ ຄັ້ງທີ 20 ປີ 2024 ຈະໄຂຂຶ້ນຢ່າງເປັນທາງການແຕ່ວັນທີ 1 ມິຖຸນາ ແລະ ສິ້ນສຸດລົງໃນວັນທີ 31 ສິງຫາ. ນີ້ແມ່ນຈຸດພົ້ນເດັ່ນໃນບັນດາການເຄື່ອນໄຫວຂອງບຸນແມ່ນ້ຳລຳເຊນະຄອນ ໂຮ່ຈິມິນ ຄັ້ງທີ 2 ໃນປີ 2024.
ຍສໝ-ຖ້າທ່ານມີໂອກາດໄດ້ແວ່ເຂົ້າໄປຢາມບັນດາແຂວງພາກໃຕ້ໃນລະດູຮ້ອນນີ້, ຈົ່ງເຊັບອາຫານພິເສດ 4 ເຍື່ອງຢູ່ຂ້າງລຸ່ມນີ້ເພື່ອຊີມລົດຊາດ.
ຄະນະກຳມະການປະຊາຊົນແຂວງ ເຮົ້າຢາງ ໄດ້ປະກາດຈົດໝາຍທາງການກ່ຽວກັບການດັດປັບເວລາແຍກຫ່າງສັງຄົມຕາມຄຳສັ່ງເລກທີ 16 ຕື່ມອີກ 14 ວັນ.
ຫຼາຍຄົນມັກກິນເຂົ້າປຸ້ນງົວພາກໃຕ້ຫວຽດນາມ ຍ້ອນມັນແມ່ນເຍື່ອງອາຫານທີ່ກິນງ່າຍ ແລະ ລະດູໃດກໍ່ສາມາດກິນໄດ້.
ຍສໝ - ໃນບັນຍາກາດເພື່ອສະເຫຼີມສະຫຼອງ 45 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມຢ່າງສົມບູນ (30 ເມສາ 1975 - 30 ເມສາ 2020), ພວກເຮົາມາເບິ່ງຮູບພາບທີ່ແທ້ຈິງ, ຫາຍາກກ່ຽວກັບໄຊຊະນະປະຫວັດສາດທີ່ບໍ່ສາມາດລືມໄດ້ນີ້.
ກອງປະຊຸມປຶກສາຫາລືກ່ຽວກັບການປະເມີນການຊ່ວຍເຫຼືອຈາກສາກົນ ເພື່ອຟື້ນຟູໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປຶ ຈັດຂຶ້ນໃນອາທິດແລ້ວນີ້ ທີ່ ກະຊວງການຕ່າງປະເທດ ເປັນປະທານຂອງທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ມີຮອງລັດຖະມົນຕີຈາກກະຊວງ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຍສໝ - ສະພາບນໍ້າຖ້ວມ ຢູ່ ບັນດາແຂວງພາກໃຕ້ ແລະ ພາກກາງຂອງລາວ ມາຮອດ ຕອນເຊົ້າວັນທີ 9 ກັນ 2019 ນໍ້າ ຍັງສືບຕໍ່ຍຶ່ງຂຶ້ນ, ປະຊາຊົນສືບຕໍ່ ຍົກຍ້າຍອອກຈາກເຮືອນ ຂອງ ເຂົາເຈົ້າທີ່ຖືກນໍ້າຖ້ວມຂຶ້ນໄປຢູ່ ບ່ອນສູງ, ທັງບ່ອນທີ່ທາງອໍານາດ ການປົກຄອງຈັດໃຫ້ ແລະ ໄປອາ ໄສນໍາເຮືອນພີ່ນ້ອງຢູ່ເຂດໃກ້ ຄຽງທີ່ປອດໄພ.
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດກອງປະຊຸມສຸກເສີນຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ເພື່ອປືກສາຫາລືການແກ້ໄຂບັນຫາໄພນ້ຳຖ້ວມຢູ່ 6 ແຂວງ ຂຶ້ນວັນທີ 9 ກັນຍາ 2019 ທີ່ກະຊວງ ຮສສ ເປັນປະທານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ຮສສ ປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ມີທ່ານຮອງລັດຖະມົນຕີ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນວັນທີ 7 ກັນຍາ 2019 ທ່ານ ທອງລຸນ ສີສຸລິດ,ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ເພື່ອພົບປະໂອ້ລົມ, ໃຫ້ກຳລັງໃຈພໍ່ແມ່ປະຊາຊົນ ແລະ ຊຸກຍູ້ການແກ້ໄຂ ໄພນ້ຳຖ້ວມ ຢູ່ແຂວງ ສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ.