ຫວຽດນາມ - ຄູ່ຮ່ວມມືສຳຄັນຂອງ ສະວິດ ຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນ ອາຊີ - ປາຊີຟິກ
ຫວຽດນາມ ຍາມໃດກໍຖືການປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອກັບ ສະວິດ ເປັນສຳຄັນ; ສະເໜີສະພາແຫ່ງຊາດ ສະວິດ ສະໜັບສະໜູນສອງຝ່າຍເພີ່ມທະວີ ແລະ ເປີດກວ້າງການຮ່ວມມືໃນທຸກຂົງເຂດ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍສະເໜີໃຫ້ສະພາແຫ່ງຊາດ ສະວິດ ສືບຕໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະວິດ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ຊຸກຍູ້ການພົວພັນລະຫວ່າງສອງປະເທດ.