ຍສໝ - ວຽກງານປະດິດສ້າງແມ່ນທ່າອ່ຽງອາຊີບທີ່ມັກທີ່ສຸດສຳລັບຄົນງານໜຸ່ມໃນປະຈຸປັນ. ແຕ່ແນວໃດກໍ່ຕາມ, ຄຽງຂ້າງໂອກາດພັດທະນາ ແລະ ມີລາຍໄດ້ທີ່ເໝາະສົມແລ້ວ, ເຂົາເຈົ້າຍັງປະເຊີນກັບສິ່ງທ້າທາຍຫຼາຍຢ່າງໃນຂະບວນການເຮັດວຽກຂອງເຂົາເຈົ້າ. ເພື່ອຜ່ານຜ່າສິ່ງນີ້, ພະລັງ ແລະ ຄວາມຕື່ນຕົວ ມີສະຕິ ແມ່ນສອງປັດໄຈທີ່ຈໍາເປັນ.
ຍສໝ - ວັຫວ່າງແລ້ວນີ້, ຢູ່ນະຄອນຫຼວງວຽງຈັນ, ທ່ານ ລັດຖະມົນຕີອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢ່່ຽນ ໄດ້ມີການພົບປະເຈລະຈາກັບທ່ານ ລັດຖະມົນຕີພະລັງງານ ແລະ ບໍ່ແຮ່ ລາວ ໂພໄຊ ໄຊຍະສອນ.
ຍສໝ - ການປະຕິບັດບັນດາການເຄື່ອນໄຫວນຳໃຊ້ພະລັງງານຢ່າງປະຢັດ ແລະ ມີປະສິດທິຜົນ ແມ່ນວິທີແກ້ໄຂຍຸດທະສາດ ເພື່ອຍົກສູງກຳລັງແກ່ງແຍ້ງຂອງບັນດາວິສາຫະກິດ ແລະ ອຸດສາຫະກຳ ປະກອບສ່ວນຫຼຸດຜ່ອນຄວາມກົດດັນຕໍ່ຄວາມຕ້ອງການພະລັງງານ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ.
ທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ຢັ້ງຢືນວ່າ ການຫັນປ່ຽນພະລັງງານແມ່ນປັດໄຈຫຼັກແຫຼ່ງເພື່ອໃຫ້ ຫວຽດນາມ ປະຕິບັດເປົ້າໝາຍຫລຸດຜ່ອນ ອາຍພິດລົງເປັນ 0 ໃນປີ 2050 ເຊິ່ງ ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາຢູ່ COP26.
ຍສໝ - ບັນດາສັນຍາຊື້ - ຂາຍໄຟຟ້າທີ່ໄດ້ເຊັນລະຫວ່າງຫວຽດນາມ ແລະ ລາວ ເປັນຂີດໝາຍກ້າວໜ້າທີ່ສຳຄັນໃນການພົວພັນມິດຕະພາບລະຫວ່າງສອງປະເທດ, ພິເສດແມ່ນການຮ່ວມມືໃນຂົງເຂດພະລັງງານ.
ຍສໝ - ປີນີ້ຫວຽດນາມ ແລະ ລາວໄດ້ສະເຫຼີມສະຫຼອງສາຍພົວພັນການຮ່ວມມືຄົບຮອບ 60 ປີ (5/9/1962 - 5/9/2022). ໃນບັນດາປີຜ່ານມາຫວຽດນາມ - ລາວໄດ້ເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານ, ຜ່ານນັ້ນ ກໍໄດ້ຈາລືກຢ່າງເລີກເຊີ່ງຄວາມສາມັກຄີແບບພິເສດລະຫວ່າງພັກ ແລະ ປະຊາຊົນສອງປະເທດ. ເນື່ອງໃນໂອກາດນີ້, ນັກຂ່າວໄດ້ມີການພົບປະກັບ ທ່ານ ໂງເຊີນຫ້າຍ - ຮອງອໍານວຍການໃຫຍ່ ກຸ່ມບໍລິສັດໄຟຟ້າຫວຽດນາມ.
ຍສໝ-ໜັງສືພິມວຽງຈັນທາຍ ສະບັບລົງວັນທີ 9 ມິຖຸນາ ໃຫ້ຮູ້ວ່າຫວຽດນາມ ໄດ້ລົງທຶນ ກວ່າ 815 ລ້ານ USD ເຂົ້າໃນຂົງເຂດໄຟຟ້ານ້ຳຕົກ ແລະ ຂຸດຄົ້ນບໍ່ແຮ່ ຢູ່ແຂວງ ອັດຕະປື, ພາກໃຕ້ ຂອງລາວ.
ຍສໝ - ຫວຽດນາມ ແມ່ນໜຶ່ງໃນ 7 ປະເທດທີ່ມີຊື່ເປັນຄັ້ງທຳອິດຢູ່ໃນ ບັນຊີລາຍຊື່ 50 ປະເທດໃນໂລກ ທີ່ບັນລຸການເຕີບໂຕໄຟຟ້າແຮງລົມ ແລະ ໄຟຟ້າແສງຕາເວັນຢູ່ລະດັບໄວທີ່ສຸດ.
ຍສໝ - ເຖິງວ່າໂລກລະບາດໂຄວິດ-19 ໄດ້ສ້າງຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ການພົວພັນລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ ຍັງໄດ້ພັດທະນາຢ່າງແຮງໃນຊຸມປີທີ່ຜ່ານມາ.
ຍສໝ - ຫວ່າງແລ້ວນີ້, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢ່ຽນ ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານ Park Noh-wan, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ. ສອງຝ່າຍໄດ້ປຶກສາຫາລືກັນ ເພື່ອຫາວິທີແກ້ໄຂກຳຈັດ ແລະ ຊຸກຍູ້ການຮ່ວມມືດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານລະຫວ່າງສອງປະເທດ ໃນໄລຍະການລະບາດຂອງ COVID-19 ແລະ ໃນໄລຍະຈະມາເຖິງ.
ຍສໝ - ນີ້ແມ່ນປະຖົມປັດໄຈ ແລະແມ່ນພື້ນຖານສຳຄັນ ເພື່ອໃຫ້ສອງຝ່າຍເພີ່ມທະວີຄວາມສະໜິດຕິດພັນ, ການຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນເພື່ອພັດທະນາການພົວພັນຮ່ວມມືສອງຝ່າຍໃນຫຼາຍດ້ານລະຫວ່າງຫວຽດນາມ ແລະລາວ ກວ່າອີກ.
ທະນາຄານໂລກ (WB) ຫາກໍ່ປະກາດບົດລາຍງານຍຸດທະສາດ ແລະຂໍ້ກຳນົດການປະມູນໂຄງການໄຟຟ້າແສງຕາເວັນຢູ່ຫວຽດນາມ. ບົດລາຍງານແມ່ນໝາກຜົນການຮ່ວມມືດ້ານເຕັກນິກລະຫວ່າງ WB ແລະລັດຖະບານຫວຽດນາມ ໃນສອງປີຜ່ານມາແນໃສ່ເປີດກວ້າງຂອບຂະໜາດ ແລະການຄຸ້ມຄອງແຫຼ່ງພະລັງງານແສງຕາເວັນຢູ່ຫວຽດນາມ ຢ່າງມີປະສິດທິຜົນ.
ໃນໄລຍະ 5 ປີ ຜ່ານມາ (2016-2020) ຂະແໜງການພະລັງງານ ແລະ ບໍ່ແຮ່ ມີອັດຕາການເຕີບໂຕ 11% ມີມູນຄ່າການຜະລິດ ຄາດຄະເນປະຕິບັດໄດ້ 130.520 ຕື້ກີບ ທຽບໃສ່ 5 ປີ ( 2011-2015) ເພື່ອຂຶ້ນ 35% ໃນນັ້ນ ຂະແໜງພະລັງງານ ເພີ່ມຂຶ້ນ 154% ແລະ ຂະແໜງບໍ່ແຮ່ຫລຸດລົງ 18,69% ສາມາດປະກອບສ່ວນ ຢູ່ໃນໂຄງປະກອບລວມຍອດ ຜະລິດຕະພັນພາຍໃນແຫ່ງຊາດ (ມີຊັດສ່ວນເພີ່ມຂຶ້ນ ໃນປີ 2016 ກວມ 15,2%, 2017 ກວມ17,1%, 2018 ກວມ 16,9%, 2019 ກວມ 16,3% ຄາດວ່າໃນປີ 2020 ຈະກວມ 16,4% ຕາມລຳດັບ.
ຍສໝ - ຕອນບ່າຍວັນທີ 23 ກັນຍາ, ທີ່ສຳນັກງານໃຫຍ່ຂອງກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍການເຮັດວຽກກັບຄະນະຜູ້ແທນກະຊວງພະລັງງານ ແລະ ບໍ່ແຮ່ຂອງລາວ ນຳໜ້າໂດຍທ່ານລັດຖະມົນຕີ ຄຳມະນີ ອິນທິລາດ, ທ່ານລັດຖະມົນຕີ ເຈີ່ນຕ໋ວນແອງ ໄດ້ເນັ້ນໜັກ ວ່າ: ກະຊວງ ອຸດສາຫະກຳ ແລະ ການຄ້າຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບກະຊວງພະລັງງານ ແລະ ບໍ່ແຮ່ລາວ ເພື່ອສົ່ງເສີມການຮ່ວມມືໃນຂົງເຂດພະລັງງານເວົ້າລວມ ແລະ ພະລັງງານໄຟຟ້າເວົ້າສະເພາະ
ທ່ານ ເຈີນ ຕວນ ແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ຢູ່ນະຄອນຫຼວງວຽງຈັນ ວັນທີ 16-17 ສິງຫາຜ່ານມາ ໂດຍການພົບປະສອງຝ່າຍ ຈັດຂຶ້ນຢູ່ໂຮງແຮມເມືອງແທັງ ວັນທີ 17 ສິງຫາ 2019 ເຊິ່ງຝ່າຍລາວນຳໂດຍທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຝ່າຍຫວຽດນາມ ນຳໂດຍທ່ານ ເຈີນ ຕວນ ແອັງ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຍສໝ - ລວມຍອດມູນຄ່າການຜະລິດຂອງຂະແໜງພະລັງງານ-ບໍ່ແຮ່ ປະຈໍາປີ 2018 ບັນລຸ 28.247 ຕຶື້ກີບ ທຽບໃສ່ປີ 2017 ເພີ່ມຂຶ້ນ 11% ຊຶ່ງໄດ້ປະກອບສ່ວນ GDP 16,8% ໃນນັ້ນ ຂະແໜງພະລັງ ງານເພີ່ມຂຶ້ນ 13,5% ແລະ ຂະແໜງບໍ່ແຮ່ເພີ່ມຂຶ້ນ 7,5%.
ຍສໝ - ໃນວັນທີ 27 ພຶດສະພາ, ຢູ່ຮ່າໂນ້ຍ ສະຖາບັນການເມືອງການປົກຄອງແຫ່ງຊາດໂຮ່ຈິມິນ ໄດ້ຈັດກອງປະຊຸມວິທະຍາສາດສາກົນກ່ຽວກັບ "ການຮ່ວມມືພັດທະນາຫວຽດນາມ - ອິນເດຍ ກ່ຽວກັບຄວາມຮັກສາດ້ານພະລັງງານໃນສະຖານະການໃຫມ່".
ຍສໝ - ກໍາລັງການຕິດຕັ້ງຂອງແຫຼ່ງພະລັງງານໄຟຟ້າຂອງຫວຽດນາມຈະບັນລຸ 130. 000 ເມກາວັດ ໃນປີ 2030 ທຽບກັບ 47.000 ເມກາວັດ ໃນປັດຈຸບັນ.
ຍສໝ-ໃນຕອນບ່າຍຂອງວັນທີ 18 ເດືອນ ກຸມພາ ທີ່ ສໍານັກງານນາຍົກ, ທ່ານ ຈີ້ງດີ່ງຢຸງ ຮອງນາຍົກລັດຖະມົນຕີ ໄດ້ຮັບການຕ້ອນຮັບທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ.
ວັນທີ 14 ເດືອນມັງກອນ ປີ 2019, ທະນາຄານໂລກປະຈຳຫວຽດນາມລາຍງານວ່າບົດລາຍງານຫລ້າສຸດຂອງກຸ່ມທະນາຄານໂລກກ່ຽວກັບຫັນການເງິນໃຫ້ແກ່ການພັດທະນາພະລັງງານແສງຕາເວັນໃນລະດັບສູງສຸດຢູ່ຫວຽດນາມ.