ຍສໝ - ທ່ານນາງ Kristina Bünde, ຫົວໜ້າພາກສ່ວນຮ່ວມມື ຕາງໜ້າຄະນະຜູ້ແທນສະຫະພາບ ເອີລົບ ປະຈຳ ຫວຽດນາມ ຖືວ່າ ການເພີ່ມທະວີການເຊື່ອມໂຍງເສດຖະກິດ - ສັງຄົມຂອງເດັກແມ່ນສິ່ງຈຳເປັນເພື່ອແກ້ໄຂຄວາມທຸກຍາກ ແລະ ດ້ອຍໂອກາດໃນທຸກລຸ້ນຄົນ.
ຍສໝ - ພາຍຫຼັງ 2 ປີທີ່ໄດ້ຮັບຜົນກະທົບ ຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການທ່ອງທ່ຽວຂອງນະຄອນຫຼວງ ກໍກ້າວເຂົ້າສູ່ໄລຍະຟື້ນຟູ ແລະ ພັດທະນາ. ໃນເວລານີ້, ຄາດວ່າ ຂະແໜງການທ່ອງທ່ຽວ ຈະມີຫຼາຍບາດກ້າວບຸກທະລຸຕັ້ງໜ້າ ດ້ວຍຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ ແລະ ດຶງດູດ, ມີຫຼາຍໂຄງການຊຸກຍູ້ການເຄື່ອນໄຫວຫຼາຍຢ່າງ ໄດ້ເລີ່ມດຳເນີນບົນພື້ນຖານຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວໃຫ້ດີທີ່ສຸດ.
ຍສໝ - ໄລ່ຮອດປະຈຸບັນ, ການດຳເນີນວຽກງານສັກຢາປ້ອງກັນພະຍາດໂຄວິດ-19 ໃຫ້ເດັກອາຍຸແຕ່ 5 ປີເຖິງ 12 ປີ, ແຂວງວິ້ງລອງ ໄດ້ສັກເກືອບ 66.000 ໂດສ ໃຫ້ເດັກນ້ອຍ, ນີ້ແມ່ນທ້ອງຖິ່ນທີ່ມີອັດຕາການສັກຢາປ້ອງກັນສູງຂອງປະເທດ.
ຍສໝ - ຕອນເຊົ້າວັນທີ 14 ກຸມພານີ້, ນັກຮຽນອະນຸບານ, ປະຖົມ ແລະ ຊັ້ນ ມ1 ຈຳນວນ 1 ລ້ານກວ່າຄົນຢູ່ນະຄອນໂຮ່ຈີມິນ ໄດ້ກັບຄືນໄປໂຮງຮຽນຢ່າງເປັນທາງການ ພາຍຫຼັງ 9 ເດືອນຮຽນອອນລາຍຢູ່ບ້ານ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19.
ຍສໝ - ຄາດວ່າ, ໃນສົກຮຽນທຳອິດ, ໂຮງຮຽນ ຮີ່ວ້ອງ ນະຄອນ ດ່າໜັງ ຈະຕ້ອນຮັບນັກຮຽນ 300 ຄົນ ແລະ ສືບຕໍ່ຮັບເອົາຕາມແຜນການລ້ຽງດູລູກຫຼານ 1.000 ຄົນ.
ຍສໝ - ໃນຊຸມວັນນີ້, ເຮືອນສວນປູກຕົ້ນດອກເໝີຍຢາລາຍ ຟ້າວຟັ່ງຂະຫຍັນພຽນບົວລະບັດ ແລະ ຮູດໃບໃຫ້ບັນດາກະຖາງຕົ້ນດອກເໝີຍ ເພື່ອໃຫ້ເບັ່ງບານກົງກັບເວລາບຸນເຕັດປີຂານ 2022.
ຍສໝ - ລະຫວ່າງ ຫວຽດນາມ ແລະ ອິນເດຍ ມີວິໄສທັດ ແລະ ວິທີການເຂົ້າເຖິງ ກັບບັນດາບັນຫາສາກົນໃຫຍ່, ບັນດາບັນຫາໃນພາກພື້ນ.
ຍສໝ - ດ້ວຍເປົ້າໝາຍສັກຢາປ້ອງກັນທົ່ວປວງຊົນໃນທົ່ວເຂດ, ຫຼາຍເມືອງ, ເທສະບານ ຢູ່ນະຄອນ ຮ່າໂນ້ຍ ໄດ້ປະຕິບັດການສັກຢາໃນບ້ານ ໃຫ້ແກ່ຜູ້ເຖົ້າ, ຜູ້ທີ່ບໍ່ແຂງແຮງ, ຄົນພິການ, ເສຍສະຕິ ອື່ນໆ…
ຍສໝ - ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫາກໍ່ໄດ້ສົ່ງໜັງສືທາງການ ໄປຫາບັນດາແຂວງ ແລະ ເມືອງ ເພື່ອໃຫ້ບູລິມະສິດໃນການຈັດແຈງ ແລະ ໜູນຊ່ວຍເດັກນ້ອຍກ່ຳພ້າ ຍ້ອນການລະບາດຂອງພະຍາດໂຄວິດ -19 ເພື່ອໄດ້ຮັບການເບິ່ງແຍງດູແລແທນຍາດພີ່ນ້ອງ, ບຸກຄົນ ແລະ ຄອບຄົວທີ່ຮັບເບິ່ງແຍງດູແລ, ເຮັດໃຫ້ເດັກນ້ອຍສາມາດຢູ່ໃນສະພາບແວດລ້ອມຄອບຄົວ ແລະ ຮັບປະກັນຜົນປະໂຫຍດອັນດີທີ່ສຸດໃຫ້ແກ່ເດັກ.
ຍສໝ - ສະມາຄົມຊາວຫວຽດນາມຢູ່ ຮົງກາລີ ໄດ້ມອບອຸປະກອນການແພດເກືອບ 12,5 ໂຕນ ທີ່ມີມູນຄ່າ 380.000 ໂດລາສະຫະລັດ ໃຫ້ສະຖານທູດຫວຽດນາມ ເພື່ອສະໜັບສະໜູນບ້ານເກີດເມືອງນອນ ໃນການຕ້ານກັບການລະບາດຂອງພະຍາດໂຄວິດ -19.
ຍສໝ - ຕອນເຊົ້າວັນທີ 23 ກັນຍາ, ກອງປະຊຸມຄັ້ງທີ 8 ຂອງກຳມາທິການການຕ່າງປະເທດສະພາແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ ກ່ຽວກັບເຂດສາມຫຼ່ຽມພັດທະນາ ໄດ້ຈັດຂຶ້ນໃນຮູບແບບອອນໄລ ພາຍໃຕ້ການເປັນປະທານຂອງສະພາແຫ່ງຊາດ ກຳປູເຈຍ.
ຍສໝ - ທັງສອງຝ່າຍ ໄດ້ປຶກສາຫາລືຖອດຖອນບົດຮຽນ ເພື່ອຄວບຄຸມການລະບາດຂອງພະຍາດໂດຍໄວ, ມຸ່ງໄປເຖິງການຟື້ນຟູເສດຖະກິດ ແລະ ເຮັດໃຫ້ປະເທດເຂົ້າສູ່ “ໄລຍະປົກກະຕິໃໝ່”.
ຍສໝ - ລັດຖະບານ ຫາກໍ່ປະກາດຂໍ້ຕົກລົງ 1447/QD-TTg, ສ້າງຕັ້ງໜ່ວຍປະຕິບັດງານພິເສດ ຂອງນາຍົກລັດຖະມົນຕີ ກ່ຽວກັບການລົບລ້າງຄວາມຫຍຸ້ງຍາກໃຫ້ກັບວິສາຫະກິດ ແລະ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ COVID-19. ທ່ານຮອງນາຍົກລັດຖະມົນຕີ ເລມີງຂາຍ ເປັນຫົວໜ້າໜ່ວຍປະຕິບັດງານ.
ຍສໝ - ໂປແກຣມ "ການແຈ້ງອາການສຸຂະພາບທາງການແພດ" ແມ່ນສະແດງຢູ່ໃນໜ້າຈໍທໍາອິດ ເມື່ອເຂົ້າໃນໂປແກລມ "ການທ່ອງທ່ຽວທີ່ປອດໄພຢູ່ຫວຽດນາມ"…
ຍສໝ - ສະຖານທູດບັງກະລາເທດ ປະຈໍາຫວຽດນາມ ໄດ້ຈັດຕັ້ງໂຄງການຮ່ວມແຮງຮ່ວມໃຈໜູນຊ່ວຍການປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ -19 ຢູ່ເມືອງໄຕໂຮ, ຮ່າໂນ້ຍ.
ຍສໝ - ເພື່ອຕອບສະໜອງກັບບັ້ນຍຸດທະສາດຫວຽດນາມ ທີ່ຮັກແພງ ແລະ ຄວາມປາຖະໜາທີ່ຈະປະກອບສ່ວນໃນການຕໍ່ສູ້ຕ້ານການລະບາດຂອງພະຍາດໂຄວິດ -19, ອົງການບໍ່ຂຶ້ນກັບລັດຖະບານ Operation Smile Vietnam ໄດ້ຈັດຕັ້ງການຮຽກຮ້ອງ ການຮ່ວມແຮງຮ່ວມໃຈສະໜັບສະໜູນຂອງຊຸມຊົນ, ລະດົມທຶນເພື່ອຊື້ຊຸດອຸປະກອນການປ້ອງກັນພະຍາດໃຫ້ພະນັກງານການແພດແນວໜ້າ.
ໃນບົດຂຽນລົງວັນທີ 9 ກໍລະກົດ, Sputnik ໄດ້ຊີ້ແຈ້ງວ່າປະສິດທິຜົນແຫ່ງການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ ແມ່ນບໍ່ອາດປະຕິເສດໄດ້.
ຫວ່າງແລ້ວນີ້, 10 ອົງການຈັດຕັ້ງສັງຄົມ ໄດ້ເຊັນສັນຍາຮ່ວມມື ໃນການຕອບໂຕ້ ແລະ ສະກັດກັ້ນການລະບາດ ຂອງພະຍາດໂຄວິດ-19 ໃນ 10 ແຂວງທົ່ວປະເທດລາວ ເຊິ່ງໂຄງການຂອງບັນດາ 10 ອົງການນີ້ ຈະສາມາດເຂົ້າເຖິງ ປະຊາຊົນຫລາຍກວ່າ 140.000 ຄົນ ຢູ່ 109 ບ້ານ ໃນ 19 ເມືອງເປົ້າໝາຍ. ໃນນັ້ນ ກວມເອົາ ການສະໜອງບ່ອນລ້າງມື 88 ແຫ່ງ ແລະ ການສະໜອງອຸປະກອນ ເພື່ອສະກັດກັ້ນໂຄວິດ-19 ໃຫ້ແກ່ໂຮງຮຽນ 63 ແຫ່ງ, ໂຮງໝໍນ້ອຍ 17 ແຫ່ງ ແລະ ຕະຫລາດອີກ 15 ແຫ່ງ.
ໃນວັນທີ 28 ພຶດສະພາ 2021 ທີ່ໂທລະພາບແຫ່ງຊາດລາວ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບນະໂຍບາຍຂອງໄຟຟ້າລາວ ໃນໄລຍະການລະບາດ ຂອງພະຍາດໂຄວິດ-19 ມີບາງຕອນສຳຄັນວ່າ: ໃນໄລຍະທີ່ເກີດມີການລະບາດ ຂອງພະຍາດໂຄວິດ-19 ລັດຖະບານໄດ້ອອກແຈ້ງການ ກ່ຽວກັບມາດຕະການຜ່ອນຜັນ ຫລຸດຜ່ອນ ການໄປເຮັດວຽກ ຢູ່ສຳນັກງານອົງການ ແລະ ສະຖານທີ່ເຮັດວຽກຂອງໃຜມັນ ໂດຍໄດ້ມີການແບ່ງກັນໄປປະຈຳການ ແລະ ສ່ວນໃຫຍ່ກໍແມ່ນ ໄດ້ເຮັດວຽກຢູ່ເຮືອນ.
ບັນດາອຸປະກອນທີ່ໄດ້ມອບ-ຮັບ ມີມູນຄ່າ 3,6 ລ້ານກວ່າໂດລາສະຫະລັດ ຫຼື ປະມານ 3,3 ຕື້ກວ່າກີບ ຈະຊ່ວຍໃນການຈັດຕັ້ງປະຕິບັດແຜນການຕອບໂຕ້ຂອງຂະແໜງການສຶກສາ ຊຶ່ງອົງການອຸຍນິເຊັບປະຈຳ ສປປ ລາວ ໄດ້ມອບປຶ້ມຮຽນ, ປຶ້ມຄູ່ມືຄູ ແລະ ອຸປະກອນສຳລັບການຮຽນຮູ້ອື່ນໆໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ສຳລັບນັກຮຽນ.