ຄອບຄົວຫວຽດນາມທີ່ຂ້າພະເຈົ້າໄດ້ຢູ່ນຳເປັນຄອບຄົວທຳອິດໃນເວລານັ້ນແມ່ນຄອບຄົວຂອງເອື້ອຍ ຊວັນກີມ. ຄອບຄົວຂອງເອື້ອຍມີ 3 ຄົນ(ເອື້ອຍ, ແມ່ ແລະ ນ້ອງຊາຍ). ແຕ່ລະມື້ພວກຂ້ອຍກິນເຂົ້າຢູ່ເຮືອນຄົວລວມສະເພາະສຳລັບເດັກນ້ອຍລາວລີ້ໄພ, ເມື່ອຄໍ່າມາຂ້ອຍກໍນອນກັບນ້ອງຊາຍຂອງເອື້ອຍ ຊວັນກີມ, ພວກຂ້ອຍຮັກແພງ, ສະໜິດສະໜົມກັນດີ. ຢູ່ໄດ້ 3 ເດືອນ ທາງການຈັດຕັ້ງກໍໄດ້ຍົກຍ້າຍພວກຂ້ອຍໃຫ້ໄປຢູ່ແຂວງ ວິງຟູ (ດຽວນີ້ແມ່ນແຂວງ ຟູເຖາະ) ເພາະມັນໃກ້ກັບໂຮງຮຽນ ແລະ ໄລຍະນີ້ເອງກໍແມ່ນໄລຍະທີ່ປະຊາຊົນຫວຽດນາມກຳລັງຫ້າງຫາກະກຽມຕ້ອນຮັບປີໃໝ່, ເອື້ອຍ ຊວັນກີມ ແລະ ນ້ອງຊາຍຂອງລາວໄດ້ມອບບັດອວຍພອນປີໃໝ່ໃຫ້ກັບຂ້ອຍຄົນລະໃບ ເພື່ອໄວ້ເປັນທີ່ລະນຶກໃນເວລາຈາກກັນ.
ເຖິງແມ່ນວ່າວັນເວລາຈະຜ່ານພົ້ນໄປເປັນ ສິບກວ່າປີແລ້ວກໍຕາມ ແຕ່ຕົ້ນໝາກກ້ຽງນ້ອຍກໍຍັງຄົງຂຽວສົດງົດງາມຢູ່ໃນສວນແຄມເຮືອນຂອງພວກຂ້ອຍ. ຕົ້ນໝາກກ້ຽງນ້ອຍຕົ້ນນີ້ມີຄວາມສູງປະມານ 1,2 ມ, ລຳຕົ້ນຂອງມັນໃຫ່ຍສໍ່າດ້າມພ້າ, ງ່າຂອງມັນຕາກອອກສີ່ດ້ານເປັນຟຸ່ມສະໝໍ່າສະເໝີກັນ ເມື່ອເຖິງຍາມລະດູບານໃໝ່ມັນກໍແຕກດອກອອກໝາກດົກໜາຈົນງ່າກ່ອງ, ສົ່ງກິ່ນຫອມອ່ອນໆ ໄປທົ່ວບໍລິເວນ. ຕົ້ນໝາກກ້ຽງນ້ອຍຕົ້ນນີ້ ແມ່ນຂອງຂວັນຈາກ ຄຳແກ້ວ ຝາກໃຫ້ຄອບຄົວຂອງພວກຂ້ອຍເນື່ອງໃນໂອກາດປີໃໝ່ ຫວຽດນາມ 2013.
ໃນຊ່ວງເວລາທ້າຍປີຖ້າມີໂອກາດມາຢາມໝູ່ບ້ານຂອງຊາວເຜົ່າບານາຢູ່ດິນແດນເຕິຍງວຽນທີ່ເຕັມໄປດ້ວຍລົມແດດຈະພົບເຫັນຮູບພາບຂອງຊາວເຜົ່າບານາພວມນັ່ງອ້ອມໄຫເຫຼົ້າຢູ່ສາລາບ້ານ. ເຂົາເຈົ້າພ້ອມກັນຮ່ວມມ່ວນຊື່ນ ແລະຝາກຝັງຄວາມຫວັງອັນດີງາມໃຫ້ແກ່ໝູ່ບ້ານແລະຊາວເຜົ່າບານາແຕ່ລະຄົນ. ນີ້ກໍ່ແມ່ນພິທີສົມມະນາຄຸນເທວະດາຟ້າແຖນຂອງພໍ່ແມ່ພີ່ນ້ອງເຜົ່າບານາຢູ່ແຫ່ງນີ້.
ຍສໝ - ງານບຸນໃຫຍ່ ວູລານ ໃນ 3 ພາກ ປີ 2021 ດ້ວຍສານທີ່ສະແດງຄວາມເຄົາລົບຕໍ່ພໍ່ແມ່, ສົ່ງຄວາມຮັກໃຫ້ກັບບັນດາຜູ້ເປັນແມ່ ທີ່ເຮັດວຽກທັງເວັນ ແລະ ຄືນຢູ່ແນວໜ້າ ເພື່ອຕ້ານກັບການລະບາດຂອງພະຍາດ.
ຍສໝ - ວັນເພັງ ເດືອນ 7 ຕາມຈັນທະປະຕິທິນ ທຸກປີ ສຳລັບຜູ້ຄົນທີ່ຖືສາສະໜາພຸດ ກໍ່ແມ່ນວັນຕອບບຸນແທນຄຸນພໍ່ແມ່, ບັນພະບຸລຸດ. ນິຍາຍກ່ຽວກັບພິທີວັນບຸນຕອບບຸນແທນຄຸນກໍ່ເຕັມໄປດ້ວຍຄວາມກະຕັນຍູຮູ້ບຸນຄຸນຂອງລູກຫຼານທີ່ມີຕໍ່ຜູ້ໃຫ້ກຳເນີດ.
“ແຕ່ 3 ປີກ່ອນເນື່ອງຈາກການເຂົ້າຮ່ວມກິດຈະກໍາຂອງກຸ່ມຜູ້ທີ່ເປັນພໍ່ແມ່, ຂ້າພະເຈົ້າໄດ້ຮູ້ວ່າຈະໃຫ້ອາຫານໃຫ້ລູກຂອງຂ້າພະເຈົ້າຢ່າງພຽງພໍດ້ານການໂພຊະນາການ; ການສຶກສາ ແລະ ການປົກປ້ອງເດັກໃນບ້ານ; ໃຫ້ລູກໄປໂຮງຮຽນໃນລະດັບທີ່ເຫມາະສົມ, ບໍ່ປະຖິ້ມໂຮງຮຽນ...”.