ທ່ານຮອງເຈົ້າແຂວງ ຕ້ອນຮັບການເຂົ້າຢ້ຽມຢຽມອຳລາຂອງທ່ານ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ
ໃນຕອນເຊົ້າຂອງວັນທີ 14 ພຶດສະພາ 2019 ນີ້, ທ່ານ ຄໍາພູນ ຕຸໄພທູນ ຮອງເຈົ້າແຂວງ ສະຫວັນນະເຂດ ໄດ້ໃຫ້ກຽດ ຕ້ອນຮັບທ່ານ ເຈີ່ນ ກົງ ຖິ້ງ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ ພ້ອມຄະນະຢູ່ທີ່ຫ້ອງຮັບແຂກ ຂອງຫ້ອງວ່າການປົກຄອງ ແຂວງໃນໂອກາດທີ່ທ່ານ ໝົດວາລະການປະຈໍາການຢູ່ ແຂວງສະຫວັນນະເຂດ ແລະ ຈະເຂົ້າຮັບອຸດໜູນບໍານານ ພາຍໃນປີ 2019 ນີ້.