ນັກສຶກສາຫວຽດນາມ ແບ່ງປັນວິໄສທັດກ່ຽວກັບການພັດທະນາອະນາຄົດແບບຍືນຍົງທີ່ເວທີປາໄສອາຊຽນ
ຍສໝ - ບັນດາຜູ້ຕາງໜ້າຊາວໜຸ່ມທີ່ມາຈາກ 7 ປະເທດ, ຄື: ໄທ, ອິນໂດເນເຊຍ, ລາວ, ມຽນມາ, ກໍາປູເຈຍ, ຟີລິບປິນ ແລະຫວຽດນາມ ແບ່ງປັນທັດສະນະຂອງຕົນຕໍ່ບັນດາບັນຫາສິ່ງແວດລ້ອມຢູ່ປະເທດຕົນ ແລະໃນພາກພື້ນອາຊຽນທີ່ກອງປະຊຸມຫົວເລື່ອງສະເພາະພັດທະນາແບບຍືນຍົງອາຊຽນ 2019. ງານຄ້າຍ SCG Sharing The Dream ASEAN 2019 ໂດຍ SCG ຈັດຕັ້ງຢູ່ນະຄອນຫຼວງບາງກອກ, ປະເທດໄທ, ໄດ້ເຕົ້າໂຮມນັກສຶກສາ 73 ຄົນທີ່ມາຈາກ 7 ປະເທດໃນພາກພື້ນອາຊຽນ.