ຫວຽດນາມ - ອາເມລິກາ ຊຸກຍູ້ການຮ່ວມມືດ້ານການສຶກສາ ແລະ ແລກປ່ຽນວັດທະນະທຳ
ຍສໝ - ວັນທີ 7 ມັງກອນ, ຢູ່ສໍານັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ໃຫ້ການຕ້ອນຮັບທ່ານ Nicholas Berggruen, ຜູ້ກໍ່ຕັ້ງ, ປະທານບໍລິສັດລົງທຶນ Berggruen Holdings ແລະ ສະຖາບັນ Berggruen ພ້ອມກັບທ່ານນາງ ຫງວຽນທິລຽນຮັ່ງ, ຜູ້ອໍານວຍການສະຖາບັນຄົ້ນຄວ້າອາຊີຕາເວັນອອກ Weatherhead, ມະຫາວິທະຍາໄລ Columbia, ອາເມລິກາ.