3 ນະຄອນຂອງຫວຽດນາມ ລອດເຂົ້າ top ສະຖານທີ່ປາຍທາງດີທີ່ສຸດ
ຍສໝ - ວາລະສານ Time ຂອງອາເມລິກາ ໄດ້ຄັດເລືອກນະຄອນຫຼວງຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະຝູກ໊ວກ ເຂົ້າ top 100 ສະຖານທີ່ປາຍທາງດີທີ່ສຸດໃນໂລກປີ 2021. ບັນຊີລາຍຊື່ປີນີ້ໄດ້ຄັດເລືອກຕາມມາດຕະຖານບັນດານະຄອນທ່ອງທ່ຽວທີ່ສວຍງາມ, ມີຄວາມສາມາດຟື້ນຟູ ແລະຕອບສະໜອງໃນສະຖານະການພະຍາດໂຄວິດ-19 ໄດ້ດີທີ່ສຸດ.