ຍສໝ - ຫວຽດນາມ ແມ່ນປະເທດສົ່ງອອກສິນຄ້ານຳໜ້າບັນດາຜະລິດຕະພັນຄື: ເຂົ້າ, ກາເຟ, ໝາກໄມ້ເຂດຮ້ອນ... ໃນຂະນະນັ້ນ, ມົງໂກລີ ແມ່ນມີຊື່ສຽງດ້ວຍບັນດາຜະລິດຕະພັນຊີ້ນງົວ, ຊີ້ນແກະ ແລະ ບັນດາຜະລິດຕະພັນຈາກນົມທີ່ມີຄຸນນະພາບສູງ. ນີ້ແມ່ນບັນດາຂົງເຂດທີ່ວິສາຫະກິດຂອງທັງສອງປະເທດບໍ່ພຽງແຕ່ສາມາດຊ່ວຍຊູເຊິ່ງກັນ ແລະ ກັນເທົ່ານັ້ນ, ຫາກຍັງຂຸດຄົ້ນເພື່ອຕອບສະໜອງຄວາມຕ້ອງການ ເຊິ່ງນັບມື້ນັບເພີ່ມຂຶ້ນຂອງຕະຫຼາດໂລກ.
ຍສໝ - ກົມປ້ອງກັນພືດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ກົມກັກກັນພະຍາດສັດ ແລະ ພືດ ສ.ເກົາຫຼີ (APQA) ໄດ້ປະກາດຢ່າງເປັນທາງການຢູ່ເວັບໄຊຂອງ APQA ກ່ຽວກັບລະບຽບການນຳເຂົ້າໝາກສົ້ມໂອສົດຈາກ ຫວຽດນາມ ໄປ ສ.ເກົາຫຼີ.
ຍສໝ -ດ້ວຍຈຳນວນປະຊາກອນ ຫຼາຍກວ່າ 1,4 ຕື້ຄົນ, ອິນເດຍ ແມ່ນຕະຫຼາດໃຫຍ່ ແລະ ມີຄວາມສາມາດບົ່ມຊ້ອນ ເພື່ອຊົມໃຊ້ບັນດາຜະລິດຕະພັນກະເສດ ແລະ ອາຫານປຸງແຕ່ງຂອງ ຫວຽດນາມ ເຊັ່ນ: ໝາກໄມ້, ກາເຟ, ຊາ, ໝາກພິກໄທ, ໝາກຫິມະພານ.
ຫດການດັ່ງກ່າວມີຮ້ານວາງສະແດງສິນຄ້າ 220 ຮ້ານ, ໃນນັ້ນ ມີທັງຜະລິດຕະພັນຈາກໝູ່ບ້ານອາຊີບທີ່ເປັນມູນເຊື້ອຂອງເມືອງຕ່າງໆໃນບໍລິເວນນະຄອນ ຮ່າໂນ້ຍ ແລະ ບັນດາແຂວງ, ນະຄອນ...
ຍສມ - ໃນ 4 ເດືອນ ຕົ້ນປີນີ້ ຂະແໜງການກະສິກໍາ ໄດ້ມີ 5 ຜະລິດຕະພັນ/ໝວດຜະລິດຕະພັນ ທີ່ມີມູນຄ່າສົ່ງອອກບັນລຸກວ່າ 1 ຕື້ໂດລາສະຫະລັດ ເຊິ່ງປະກອບມີ ກາເຟ, ເຂົ້າສານ, ໝວດຜັກ ແລະ ໝາກໄມ້, ກຸ້ງ, ຜະລິດຕະພັນຈາກໄມ້.
ຍສໝ - ຫວ່ງແລ້ວນີ້, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ) ໄດ້ຈັດກອງປະຊຸມປຶກສາຫາລືການສົ່ງອອກໄປຍັງຕະຫຼາດສະວິດ.
ຍສໝ - ການສົ່ງອອກສິນຄ້າກະເສດໄປຈີນຕ້ອງມີແຜນການຫັນປ່ຽນຈາກການລາຍຍ່ອຍເປັນໂຄຕ້າທາງການ...
ຍສໝ - ປີ 2021, ຫວຽດນາມ ກວມເອົາເກືອບ 80% ຍອດມູນຄ່າວົງເງິນຜະລິດຕະພັນກະເສດທີ່ກຳປູເຈຍ ສົ່ງອອກ, ໃນນັ້ນ ໝາກພິກໄທ, ແກ່ນໝາກມ່ວງຫິມະພານ, ຖົ່ວຂຽວ... ກວມເອົາ 96-99% ຍອດປະລິມານຜະລິດຕະພັນ.
ຍສໝ - ວັນທີ 15 ທັນວານີ້, ກົມປຸງແຕ່ງ ແລະ ພັດທະນາຕະຫຼາດຜະລິດຕະພັນກະເສດໃຫ້ຮູ້ວ່າ: ໜ່ວຍງານໄດ້ສົ່ງເອກະສານໄປຍັງພະແນກກະສິກໍາ ແລະພັດທະນາຊົນນະບົດແຂວງ, ນະຄອນສັງກັດສູນກາງ; ສະຫະສະມາຄົມຜັກ ແລະໝາກໄມ້ ຫວຽດນາມ; ສະຫະສະມາຄົມປຸງແຕ່ງ ແລະສົ່ງອອກສິນໃ
ລົດຄອນເທນເນີ ກວ່າ 1.000 ຄັນ, ໃນນັ້ນມີລົດຄອນເທນເນີຜະລິດຕະພັນກະເສດຫຼາຍຮ້ອຍຄັນຖືກຕິດຄ້າງຢູ່ບໍລິເວນດ່ານສາກົນມ໊ອງກ໋າຍ...
ຍສໝ - ຫວ່າງແລ້ວນີ້, ໃນການຕອບສຳພາດຕໍ່ນັກຂ່າວ ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຟຸ່ງດຶກຕ໋ຽນ ໃຫ້ຮູ້ວ່າ: ການສົ່ງອອກຜະລິດຕະພັນກະເສດ, ຊັບພະຍາກອນນ້ຳ ໃນປີ 2021 ຈະບັນລຸ 47 ຕື້ USD. ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ຈີນ ແມ່ນຕະຫຼາດໃຫຍ່ ທີ່ສົ່ງອອກຜະລິດຕະພັນກະເສດ ຂອງຫວຽດນາມ.
ຍສໝ - ສະມາຄົມຜັກ ແລະ ໝາກໄມ້ຫວຽດນາມ ເນັ້ນໜັກວ່າ: ຂໍ້ມູນທີ່ໜັງສືພິມບາງສະບັບ ລົງພິມວ່າ ຈີນຢຸດການນຳເຂົ້າຜັກ ແລະ ໝາກໄມ້ຂອງຫວຽດນາມ ເປັນເວລາ 6 ອາທິດ ແມ່ນບໍ່ຖືກຕ້ອງ.
ຍສໝ - ບັນດາວິສາຫະກິດຈະໄດ້ຮັບການແນະນຳກ່ຽວກັບຄວາມຕ້ອງການນຳເຂົ້າຜະລິດຕະພັນກະເສດ, ສະບຽງອາຫານຂອງຫວຽດນາມ ຂອງຕະຫຼາດເອີີລົບ-ອາເມລິກາ, ຄວາມສະດວກຕ່າງໆ, ຄວາມຫຍຸ້ງຍາກ, ບັນຫາຕ່າງໆທີ່ວິສາຫະກິດມັກຈະພົບພໍ້ ແລະ ຄຳແນະນຳຕ່າງໆ , ສະບຽງອາຫານຂອງຫວຽດນາມ ຂອງຕະຫຼາດເອີີລົບ-ອາເມລິກາ, ຄວາມສະດວກຕ່າງໆ, ຄວາມຫຍຸ້ງຍາກ, ບັນຫາຕ່າງໆທີ່ວິສາຫະກິດມັກຈະພົບພໍ້ ແລະ ຄຳແນະນຳຕ່າງໆ.
ການຄ້າກະສິກຳຂ້າມຊາຍແດນໄດ້ດຳເນີນໄປດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາອົງການສົ່ງເສີມການຄ້າ, ປະຊາຄົມວິສາຫະກິດອິນເດຍ ແລະ 3 ປະເທດເຂດອະນຸພາກພື້ນແມ່ນ້ຳຂອງ
9 ເດືອນ ຕົ້ນປີ 2021, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ຂອງຫວຽດນາມ ຄາດວ່າບັນລຸ 35,5 ຕື້ USD, ເພີ່ມຂຶ້ນ 17,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ການສົ່ງອອກຜະລິດຕະພັນເຄື່ອງປ່າຂອງດົງບັນລຸປະມານ 11,97 ຕື້ USD, ເພີ່ມຂຶ້ນ 31,6 %...
ຍສໝ - ຫວ່າງແລ້ວນີ້, ລາຍການໂຄສະນາຜະລິດຕະພັນກະເສດຂອງຫວຽດນາມ ໃຫ້ແກ່ຜູ້ບໍລິໂພກອົດສະຕາລີ ໄດ້ດໍາເນີນຢູ່ນະຄອນຊິດນີ, ລັດ New South Wales ດ້ວຍຫົວຂໍ້ຕົ້ນຕໍແມ່ນ 'ເຊີນກິນເຂົ້າຫວຽດນາມ'.
ຍສໝ - ນັ້ນແມ່ນຂໍ້ມູນທີ່ ທ່ານ ເລຮວ່າງຫາຍ - ຮອງຫົວໜ້າກົມສົ່ງເສີມການຄ້າ (ກະຊວງອຸດສາຫະກໍາ ແລະ ການຄ້າ) ກ່າວໃນກອງປະຊຸມການຄ້າອອນໄລ ກ່ຽວກັບຜະລິດຕະພັນກະສິກໍາ ແລະ ອາຫານ ຫວຽດນາມ - ຈີນ (ກວາງຕຸ້ງ) ປີ 2021 ທີ່ໄດ້ຈັດຂຶ້ນວັນທີ 16 ກັນຍາ.
ຍສໝ - ການສະເໜີນຳເອົາວິສາຫະກິດຂະໜາດນ້ອຍ ຢູ່ໃນຕະຫຼາດທ້ອງຖິ່ນ ເຂົ້າໃນຊ່ອງການຄ້າເອເລັກໂຕຣນິກຂອງບໍລິສັດໃຫຍ່ຫຸ້ນສ່ວນໄປສະນີ Viettel (Viettel Post) ໄດ້ຖືກພິຈາລະນາວ່າ ເປັນບາດກ້າວທີ່ສະຫຼາດສ່ອງໃສ ແລະ ເໝາະສົມເພື່ອປະຕິບັດຢ່າງກວ້າງຂວາງໃນສະພາບ “ປົກກະຕິໃໝ່”.
ຍສໝ - ບໍລິສັດ Bato Ausales (ທີ່ຕັ້ງຢູ່ໃນລັດ Victoria) ຫາກໍ່ປະກາດວ່າ ໄດ້ຂາຍໝາກທຸລຽນ Ri6 ຫວຽດນາມ ແຊ່ແຂງໝົດ 7 ໂຕນ ໃນພຽງສອງສາມຊົ່ວໂມງ ພາຍຫຼັງທີ່ຜະລິດຕະພັນໄດ້ຜ່ານດ່ານແລ້ວ.
ຍສໝ - ອັດຕາສ່ວນກວມຜະລິດຕະພັນໝາກມ່ວງຫິມະພານຂອງຫວຽດນາມ ໃນການນຳເຂົ້າທັງໝົດຂອງຣັດເຊຍ ໄດ້ເພີ່ມຂຶ້ນຈາກ 50,28% ໃນ 6 ເດືອນ ທຳອິດຂອງປີ 2020 ເປັນ 57,68% ໃນ 6 ເດືອນ ທຳອິດຂອງປີ 2021.