ຍສໝ - ໂດຍຜ່ານຄະນະບໍລິຫານງານຂອງສະມາຄົມຂະແມ - ຫວຽດນາມຢູ່ແຂວງ Koh Kong, ໃນວັນທີ 15 ມິຖຸນາ 2021, ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ແຂວງ Preah Sihanouk ໄດ້ມອບຜ້າອັດປາກ 7500 ອັນ ໃຫ້ອໍານາດການປົກຄອງ ແລະ ປະຊາຊົນແຂວງ Koh Kong ເພື່ອປະກອບສ່ວນເຂົ້າໃນການປ້ອງກັນການລະບາດຂອງໂລກລະບາດ Covid-19
ຍສໝ - ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະຜູ້ແທນສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ມາຢ້ຽມຢາມ, ລະດົມກໍາລັງໃຈ ແລະມອບຜ້າອັດປາກ ໃຫ້ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອປະກອບສ່ວນເພີ່ມທະວີຄວາມສາມາດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.
ຍສໝ - ສະມາຄົມນັກສຶກສາຫວຽດນາມ ຢູ່ ສ.ເກົາຫຼີ (VSAK) ພວມສືບຕໍ່ປະຕິບັດໂຄງການໜູນຊ່ວຍຜ້າອັດປາກ ໃຫ້ນັກສຶກສາຫວຽດນາມທົ່ວປະເທດ ສ.ເກົາຫຼີ.
ຍສໝ - ຕອນເຊົ້າວັນທີ 27 ກໍລະກົດ, ກອງບັນຊາການທະຫານປ້ອງກັນຊາຍແດນ ໄດ້ສ້າງຕັ້ງ 8 ຄະນະປະຕິບັດງານໂດຍດ່ວນ ເພື່ອລົງໄປກວດກາການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ບັນດາແຂວງ: ລ້າງເຊີນ, ລາຍເຈົາ, ກາວບັ່ງ, ລ່າວກາຍ, ຮ່າຢາງ, ກວາງນິງ, ອານຢາງ ແລະ ໄຕນິງ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ Seoul, ສ.ເກົາຫຼີ, ສະຫະພັນທະນາຄານ Woori ໄດ້ມອບຜ້າອັດປາກ 10.000 ອັນ ໃຫ້ຜູ້ຕາງໜ້າ ສະມາຄົມນັກສຶກສາຫວຽດນາມປະຈຳ ສ.ເກົາຫຼີ (VSAK) ເພື່ອປ້ອງກັນ ແລະ ຄວບຄຸມ COVID-19.
ຍສໝ - ທ່ານຮອງລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ບັນດາການເຄື່ອນໄຫວທີ່ມີຄວາມໝາຍ ຕໍ່ບ້ານເກີດເມືອງນອນຂອງສູນພຸດທະສາສະໜາ ຫວຽດນາມ ແລະ ສະມາຄົມພຸດທະສາສະໜາ ຫວຽດນາມ ຢູ່ ສ. ເກົາຫຼີ ສຳລັບຊາວຫວຽດນາມຢູ່ຕ່າງປະເທດ.
ຍສໝ - ເຄື່ອງຊ່ວຍເຫຼືອເຫຼົ່ານັ້ນຈະໄດ້ແຈກຢາຍໃຫ້ບັນດາສະຖານທີ່ສາທາລະນະສຸກ, ໂຮງຮຽນອະນຸບານ, ໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມຕອນຕົ້ນ ຢູ່ 2 ຕາແສງເຕີນບັກ ແລະອຽນແທ່ງ, ເມືອງກວາງບິ່ງ, ແຂວງຮ່າຢາງ.
ຍສໝ - ເມື່ອບໍ່ດົນມານີ້, ລັດຖະບານຫວຽດນາມ ມອບຜ້າອັດປາກ 18.000 ອັນໃຫ້ແກ່ຊຸມຊົນຊາວຫວຽດນາມຢູ່ພາກກາງຂອງລັດເຊຍ ເພື່ອປ້ອງກັນແລະຄວບຄຸມ COVID-19.
ຍສໝ - ໃນວັນທີ 1 ມີຖຸນາ, ຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຈັດພິທີມອບຮັບອຸປະກອນການແພດລວມມີ ຜ້າອັດປາກ 150.000 ອັນ ໃຫ້ແກ່ນະຄອນນິວຢອກ ໂດຍຜ່ານຜູ້ຕາງໜ້າຂອງສະຖານທູດສະຫະລັດອາເມລິກາປະຈຳ ຫວຽດນາມເພື່ອຊ່ວຍນະຄອນນິວຢອກ ໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ.
ຍສໝ - ຕອນເຊົ້າວັນທີ 2 ມິຖຸນາ, ທີ່ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດໄດ້ຈັດພິທີມອບຮັບເຄື່ອງອຸປະກອນການແພດເພື່ອສະໜັບສະໜູນຊາວຫວຽດນາມຢູ່ຕ່າງປະເທດ ໃນການປ້ອງກັນການລະບາດຂອງ COVID-19 ໂດຍບໍລິສັດພະລັງງານ Copper Mountain Energy (CME) ແລະ ບໍລິສັດ Hwaseung Vina LLC (HSV) ເປັນຜູ້ມອບ.
ຍສໝ - ຊາວຫວຽດນາມຢູ່ປະເທດເຢຍລະມັນ ມອບຜ້າອັດປາກ 6.250 ອັນ ໃຫ້ແກ່ລັດ Baden-Wurmern ເພື່ອຕ້ານ COVID-19.
ຍສໝ - ຫວ່າງມໍ່ໆນີ້, ຜູ້ຕາງໜ້າຄະນະບໍລິຫານງານຂອງສະມາຄົມຊາວຫວຽດນາມ ຢູ່ Hokkaido ໄດ້ເປີດການແຈກຢາຍຜ້າອັດປາກ ເປັນຄັ້ງທີສອງຢ່າງເປັນທາງການ. ຄາດວ່າສະມາຄົມຈະອຸປະຖຳເພີ່ມຜ້າອັດປາກ 600 ອັນ ໃຫ້ແກ່ຊາວຫວຽດນາມ 300 ຄົນທີ່ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ທ້ອງຖິ່ນເພື່ອຕໍ່ສູ້ຕ້ານກັບ COVID-19.
ຍສໝ - ເມື່ອບໍ່ດົນມານີ້, ທ່ານນາງ ບຸ່ຍທູມີງ ແລະ ທ່ານ Frank ດີ້ງເຈືອງ ຕາງໜ້າໃຫ້ຄະນະການຈັດຕັ້ງໂຄງການໄດ້ມອບສັນຍາລັກຂອງຜ້າອັດປາກ 100.000 ອັນ ທີ່ເປັນຂອງຂວັນຈາກປະຊາຄົມຊາວຫວຽດນາມຢູ່ເຢຍລະມັນມອບໃຫ້ແກ່ປະຊາຊົນເຢຍລະມັນ ສຳລັບ ອັງການຈັດຕັ້ງ WUS (ບໍລິການມະຫາວິທະຍາໄລໂລກ) ຢູ່ Wiesbaden.
ຍສໝ - ຫວ່າງມໍ່ໆນີ້, ສາຂາສະມາຄົມມິດຕະພາບຫວຽດນາມ - Nagasaki ຂຶ້ນກັບສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນ ຢູ່ນະຄອນໂຮ່ຈີມິນ ໄດ້ມອບຜ້າອັດປາກຫຼາຍກວ່າ 4.000 ອັນ ໃຫ້ແກ່ແຂວງ Nagasaki ປະເທດ ຍີ່ປຸ່ນ ເພື່ອຕໍ່ສູ້ຕ້ານກັບ COVID-19.
ຍສໝ - ຫວ່າງມໍ່ໆນີ້, ສູນຄົ້ນຄວ້າການແພດຫວຽດນາມ - ເຢຍລະມັນ (VG-CARE) ຢູ່ ຮ່າໂນ້ຍໄດ້ມອບ ຜ້າອັດປາກ 3M-N95 ຈຳນວນ 2000 ອັນ ແລະ ເຄື່ອງປ້ອງກັນທາງການແພດ 100 ຊຸດ ໃຫ້ສະຖາບັນການແພດເຂດຮ້ອນ, ມະຫາວິທະຍາໄລ Tübingen, ເຢຍລະມັນ ເພື່ອຕໍ່ສູ້ຕ້ານ COVID-19.
ຍສໝ - ຜູ້ນຳກໍາລັງຮັກສາສັນຕິພາບຂອງສະຫະປະຊາຊາດ ຢູ່ ສາທາລະນະລັດອາຟຣິກາກາງ (MINUSCA) ໄດ້ມອບໃບຍ້ອງຍໍພິເສດ ໃຫ້ແກ່ພັນໂທ ຫງວຽນຖີ້ລຽນ ຂອງຄະນະ ຫວຽດນາມ ເພື່ອການກະທໍາອັນອັນສູງສົ່ງຂອງລາວ: ຕັດຫຍິບຜ້າອັດປາກດ້ວຍຕົນເອງ ແລະ ມອບຜ້າອັດປາກໂດຍບໍ່ເສຍຄ່າໃຫ້ແກ່ ພະນັກງານທັງໝົດຂອງກອງບັນຊາການ MINUSCA ແລະ ປະຊາຊົນ ຈຳນວນໜຶ່ງ ຢູ່ ນະຄອນຫຼວງ Bangui.
ຍສໝ - ຫວ່າງມໍ່ໆມານີ້, ຜົວເມຍອ້າຍ ເລດ້າຍວິງ ແລະ ເອື້ອຍ ຫງວຽນທິມາຍ ໄດ້ບໍລິຈາກຜ້າອັດປາກ - ດັງ 300 ອັນ ແລະ ຖົງມື 10 ແກັດ ໃຫ້ແກ່ຫ້ອງການຕຳຫຼວດ ແລະ ໂຮງໝໍ ອັງກິດໃນການຕ້ານໂລກລະບາດ Covid – 19
ຍສໝ - ວັນທີ 7/5, ສະຖານທູດແບນຊິກປະຈຳ ຮ່າໂນ້ຍ ໄດ້ຮັບຜ້າອັດປາກການແພດ 30.000 ອັນ ເຊິ່ງເປັນຂອງຂວັນຈາກສາດສະດາຈານ ແລະ ທ່ານໝໍ ຮວ່າງແອງຢູງ ມອບໃຫ້ໂຮງໝໍ Erasme ແລະ ໂຮງໝໍພະຍາບານ Val des Roses.
ຍສໝ - ໃນຕອນເຊົ້າຂອງວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ, ຕາງໜ້າສະມາຄົມມິດຕະພາບ ຫວຽດນາມ - ເຢຍລະມັນ ໄດ້ມອບ ຜ້າອັດປາກ 80.000 ອັນ ເພື່ອຊ່ວຍປະຊາຊົນເຢຍລະມັນ ຕໍ່ສູ້ຕ້່ານກັບ COVID-19. ລວມຍອດມູນຄ່າຂອງຂວັນແມ່ນຂຶ້ນເຖິງ 1 ຕື້ 40 ລ້ານດົ່ງ.
ຍສໝ - ເມື່ອບໍ່ດົນມານີ້, ສະມາຄົມມິດຕະພາບຫວຽດນາມ - ຝະລັ່ງ ຢູ່ ຮ່າໂນ້ຍ ນໍາໂດຍ ທ່ານ ຫງວຽນເລີນຈູງ ເປັນຫົວໜ້າຄະນະ ໄດ້ໄປຍັງຄະນະກຳມະການແນວໂຮມປະເທດຊາດຫວຽດນາມນະຄອນຮ່າໂນ້ຍ ເພື່ອມອບຜ້າອັດປາກດ້ານການແພດ 10.000 ອັນ ເພື່ອຊ່ວຍການປ້ອງກັນ ແລະ ຕ້ານການລະບາດຂອງ COVID-19.