ຜ້າບ່ຽງແຫ່ງຄວາມຮັກແພງຂອງໝູ່ຄົນລາວ
ຍສໝ-ໃນຕະຫຼອດໄລຍະ 5 ປີຜ່ານມາ, ເມື່ອໃດຂ້າພະເຈົ້າກໍໄດ້ຖືຜ້າບ່ຽງຕິດຕົວໄປນໍາ ເຊິ່ງເປັນຂອງຂວັນທີ່ ສຸກວັນ - ອະດີດນັກສຶກສາຫ້ອງໄອທີລາວ, ລຸ້ນທີ 52 ຂອງວິທະຍາຄານເຕັກນິກການທະຫານ ມອບໃຫ້. ນັ້ນແມ່ນ "ສາຍເຊືອກ" ພິເສດເພື່ອເຊື່ອມຕໍ່ນໍ້າໃຈ ລະຫວ່າງຄູສອນກັບລູກສິດ ແລະ ກໍເປັນຂອງທີ່ລະນຶກອັນລໍ້າຄ່າໃນຊີວິດຂ້າພະເຈົ້າ.