ຍສໝ - ກອງປະຊຸມໃຫຍ່ ສະຫະພັນກຳມະບານຫວຽດນາມ ຄັ້ງທີ XIV, ອາຍຸການ 2026-2031 ຈະດຳເນີນໄປແຕ່ວັນທີ 3-5 ເດືອນມິຖຸນາ ຢູ່ ຮ່າໂນ້ຍ ໃນທ່າມກາງສະພາບການທີ່ປະເທດຊາດຍູ້ແຮງການຫັນເປັນດິຈິຕອນ, ເຊື່ອມໂຍງສາກົນ ແລະ ສ້າງກຳລັງການຜະລິດໃໝ່. ດ້ວຍຮຽກຮ້ອງຕ້ອງການດັດແປງໃໝ່ຢ່າງແຂງແຮງທາງດ້ານການຈັດຕັ້ງ, ວິທີການເຄື່ອນໄຫວ ແລະ ຄຸນນະພາບຂອງຖັນແຖວພະນັກງານ, ກອງປະຊຸມໃຫຍ່ໄດ້ຮັບການຄາດຫວັງວ່າຈະເປີດໄລຍະແຫ່ງການພັດທະນາໃໝ່ຂອງການຈັດຕັ້ງກຳມະບານ ແນໃສ່ຮ່ວມເດີນທາງ, ເປັນຕົວແທນ ແລະ ປົກປ້ອງຜົນປະໂຫຍດຂອງຜູ້ອອກແຮງງານໃຫ້ດີກວ່າເກົ່າ.
ຍສໝ - ສະຫະພັນແຮງງານແຂວງ ກວາງບິ່ງ ຫາກໍ່ຈັດຕັ້ງລາຍການ “ບຸນເຕັດປຸ້ມລຸມກັນ - ລະດູບານໃໝ່ສະແດງຄວາມຮູ້ບຸນຄຸນຕໍ່ພັກ” ແລະ ງານຕະຫຼາດນັດອົງການກຳມະບານ ປີ 2025 ດ້ວຍຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ ແລະ ມີມະນຸດສະທຳ ໃຫ້ບັນດາສະມາຊິກສະຫະພັນ, ຜູ້ອອກແຮງງານ.
ຍສໝ - ວັນທີ 8 ທັນວາ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ແລະ ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັນຈັດຕັ້ງວັນແຮງງານ ຫວຽດນາມ ຢູ່ ຍີ່ປຸ່ນ 2024. ນີ້ແມ່ນເຫດການສຳຄັນທຳອິດສຳລັບຜູ້ອອກແຮງງານ ຫວຽດນາມ ຢູ່ເຂດດີນແດນຕາເວັນຂຶ້ນ.
ຍສໝ - ນີ້ແມ່ນຂໍ້ມູນທີ່ທ່ານລັດຖະມົນຕີວ່າການກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອກຢຸງ ໄດ້ໃຫ້ຮູ້ທີ່ການປະຊຸມຊັກຖາມ ແລະ ຕອບຄຳຊັກຖາມຂອງກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 15 ທີ່ຈັດຂຶ້ນໃນວັນທີ 8 ພະຈິກ ຢູ່ຫໍສະພາແຫ່ງຊາດ.
ຍສໝ - ໃນການພົບປະກັບຜູ້ອອກແຮງງານ, ຫວ່າງແລ້ວນີ້, ຢູ່ແຂວງ ບັກຢາງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ: ເປົ້າໝາຍຂອງພັກ ແລະ ລັດຫວຽດນາມ ແມ່ນຮັກສາຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ເຮັດໃຫ້ປະຊາຊົນມີຄວາມອົບອຸ່ນ ແລະ ມີຄວາມຜາສຸກ.
ໃນໂອກາດບຸນເຕັດປີ ຂານ 2022 ນີ້, ການເຄື່ອນໄຫວເບິ່ງແຍງດູແລໄດ້ສຸມໃສ່ຜັນຂະຫຍາຍຢູ່ຂັ້ນຮາກຖານ, ດ້ວຍລາຍຈ່າຍທັງໝົດປະມານ 2.400 ຕື້ດົ່ງ.
ຍສໝ - ເນື່ອງຈາກໂອກາດປີໃໝ່ສາກົນ ວັນທີ 1 ມັງກອນ 2022 ກົງກັບວັນເສົາ, ອີງຕາມຂໍ້ກໍານົດຂອງກົດໝາຍແຮງງານ 2019, ຜູ້ອອກແຮງງານຈະໄດ້ພັກຊົດເຊີຍໃນວັນຈັນຕໍ່ໄປ. ດັ່ງນັ້ນ, ຜູ້ອອກແຮງງານຈະໄດ້ພັກປີໃໝ່ສາກົນ 3 ວັນ.
ຍສໝ - ໃນເວລາທີ່ຈະມາເຖິງ, ທະນາຄານນະໂຍບາຍສັງຄົມຫວຽດນາມ ຈະສືບຕໍ່ປະສານສົມທົບຢ່າງໃກ້ຊິດກັບບັນດາກະຊວງ ແລະຂະແໜງການຕ່າງເພື່ອຍູ້ແຮງການເຜີຍແຜ່ມະຕິຂອງລັດຖະບານ ແລະຂໍ້ຕົກລົງຂອງນາຍົກລັດຖະມົນຕີວ່າດ້ວຍການໜູນຊ່ວຍ ຜູ້ໃຊ້ແຮງງານໃຫ້ກູ້ຢືມເງິນເພື່ອຈ່າຍເງິນເດືອນຢຸດວຽກ, ຈ່າຍເພື່ອຟື້ນຟູການຜະລິດ.
ກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຮີບເຮັ່ງສ້າງຮ່າງມະຕິຂອງລັດຖະບານກ່ຽວກັບບັນດານະໂຍບາຍໜູນຊ່ວຍຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ໃຫ້ສົມບູນແບບ.
ໄລ່ຮອດຈຸດເວລານີ້, ວິສາຫະກິດສ່ວນຫຼາຍລ້ວນແຕ່ປະຕິບັດການດັດປັບເງິນເດືອນຕາມການກຳນົດ, ສະນັ້ນ ລະດັບເງິນເດືອນ, ລາຍຮັບຂອງຜູ້ອອກແຮງງານຈຶ່ງໄດ້ເພີ່ມຂຶ້ນ.