ລັດຖະບານ ລາວ ຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ 3 ແຂວງ
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຮັບການອະນຸມັດຈາກລັດຖະບານລາວ ແລະ ລັດຖະບານຍີ່ປຸ່ນໃນການຈັດຕັ້ງປະຕິບັດໂຄງການຄັງແຮເຂົ້າຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2018 ໃນຂອບເຂດທົ່ວປະເທດ ພາຍໃຕ້ກອງທຶນເພື່ອນຮ່ວມງານ KR1 ໃນວັນທີ 11-14 ສິງຫາ 2019 ນຳໂດຍທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອມອບໃຫ້ປະຊາຊົນຜູ້ປະສົບໄພພິບັດ ແຂວງຫົວພັນ ຊຽງຂວາງ ແລະ ໄຊສົມບູນ ລວມມູນຄ່າ 2 ຕື້ກວ່າກີບ ຕາງໜ້າຮັບໂດຍທ່ານເຈົ້າແຂວງ ແລະ ຮອງເຈົ້າແຂວງ 3 ແຂວງ ແລະ ຄະນະພະແນກແຮງງານ ຮສສ ແຂວງ.