ປະເທດລາວ: ສອງອາທິດຕິດຕໍ່ກັນໂດຍບໍ່ມີຜູ້ປ່ວຍ Covid-19 ຄົນໃໝ່, 7 ຄົນທີ່ໄດ້ຮັບການປົວຫາຍດີ
ຍສໝ - ປະເທດສປປ.ລາວ ກຳລັງຄວບຄຸມການແຜ່ລະບາດຂອງພະຍາດ Covid-19 ເປັນຢ່າງດີ, ເມື່ອຫລັງຈາກ 14 ວັນຕິດຕໍ່ກັນ, ປະເທດລາວບໍ່ປະສົບກັບກໍລະນີໃໝ່ ທີ່ຕິດເຊື້ອພະຍາດ Covid-19. ດັ່ງນັ້ນ, ຈຳນວນກໍລະນີຕິດເຊື້ອ Covid-19 ໃນ ສປປ.ລາວ ຍັງແມ່ນ 19 ຄົນ, ແລະ ໄດ້ປົວຫາຍດີ, ອອກຈາກໂຮງໝໍ 7 ຄົນ.