ປ່ອຍເງິນກູ້ຢືມໃຫ້ຜູ້ທຸກຍາກພາຍຫລັງໂລກລະບາດໂຄວິດ-19
ໂລກລະບາດໂຄວິດ -19 ໄດ້ສົ່ງຜົນກະທົບເຖິງຊີວິດການເປັນຢູ່, ການຜະລິດຂອງປະຊາຊົນ ພິເສດ ແມ່ນຄອບຄົວທຸກຍາກ, ໃກ້ທຸກຍາກ ແລະ ເປົ້າໝາຍນະໂຍບາຍ. ສະນັ້ນ ພາຍຫລັງຜ່ອນຜັນການແຍກຫ່າງສັງຄົມ, ຫລາຍທ້ອງຖິ່ນ ໄດ້ສຳຫລວດກວດກາຢ່າງວ່ອງໄວ, ປ່ອຍເງິນກູ້ໃຫ້ຄອບຄົວທຸກຍາກ ແລະ ໃກ້ທຸກຍາກ. ເພີ່ມແຫລ່ງທຶນ ແມ່ນ ເພີ່ມແຫ່ລງກຳລັງສຳຄັນເພື່ອໃຫ້ຜູ້ທຸກຍາກສາມາດຫາເງິນລ້ຽງຊີບ, ນຳຊີວິດການເປັນຢູ່ກັບຄືນສູ່ສະພາບເປັນປົກກະຕິໂດຍໄວພາຍຫລັງໂລກລະບາດ.