ຫວຽດນາມ - ປາຣາກວາຍ ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ກະສິກຳ

ຫວຽດນາມ - ປາຣາກວາຍ ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ກະສິກຳ

ຍສໝ - ດ້ວຍມູນຄ່າການຄ້າສອງຝ່າຍບັນລຸໄດ້ປະມານ 93 ລ້ານໂດລາສະຫະລັດ ໃນປີ 2025, ຫວຽດນາມ ແລະ ປາຣາກວາຍ ພວມຢືນຢູ່ຕໍ່ໜ້າກໂອກາດອັນຫຼາກຫຼາຍ ໃນການເປີດກວ້າງການຮ່ວມມື ພາຍໃນຂົງເຂດການຄ້າ, ການລົງທຶນ ແລະ ກະສິກຳ. ການຊ່ວຍໜູນເຊິ່ງກັນແລະກັນ ລະຫວ່າງ ສອງພື້ນຖານເສດຖະກິດ ພ້ອມກັບຄວາມພະຍາຍາມຊຸກຍູ້ການເຊື່ອມຕໍ່ລະຫວ່າງວິສາຫະກິດ ແມ່ນໄດ້ຮັບການຄາດຫວັງວ່າ ຈະສ້າງທ່າແຮງຊຸກດັນ ໃຫ້ນຳພາສາຍພົວພັນທາງດ້ານເສດຖະກິດສອງຝ່າຍ ຂະຫຍາຍຕົວຢ່າງແຂງແຮງກວ່າເກົ່າ ໃນໄລຍະຈະມາເຖິງ.