ຍສໝ - ວັນທີ 27 ມິຖຸນາ, ຢູ່ທີ່ນະຄອນ Montreuil (ຝຣັ່ງ), ເຂດປູຊະນີຍະສະຖານ ປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ ໄດ້ສົມທົບກັບ ສະຖານທູດ ຫວຽດນາມ ແລະ ສູນວັດທະນະທຳ ຫວຽດນາມ ປະຈຳ ຝຣັ່ງ ຈັດລະດັບກິດຈະກຳວັດທະນະທຳ - ວິທະຍາສາດ ແນໃສ່ເຊີດຊູມໍລະດົກ ຂອງປະທານ ໂຮ່ຈີມິນ, ເນື່ອງພາຍໃນໂອກາດສະເຫຼີມສະຫຼອງຄົບຮອບ 115 ປີ ວັນທີ່ຊາຍໜຸ່ມຜູ້ຮັກຊາດ ຫງວຽນເຕິດແທັງ ເດີນທາງອອກບວດຊອກຫາຫົນທາງກູ້ຊາດ (5/6/1911-5/6/2026) ແລະ ຄົບຮອບ 80 ປີ ການເດີນທາງຢ້ຽມຢາມປະເທດ ຝຣັ່ງ ຂອງປະທານ ໂຮ່ຈີມິນ ພາຍໃນຖານະອາຄັນຕຸກະລາຍໃຫຍ່ ຂອງລັດຖະບານ ຝຣັ່ງ (1946-2026).
ຍສໝ - ຫໍບູຊາ ປະທານ ໂຮ່ຈີມິນ ຍາມໃດກໍແມ່ນຄວາມພາກພູມໃຈຂອງປະຊາຊົນຕາແສງ ແທັງຮຶງ (Thanh Hưng) ພ້ອມດ້ວຍບັນດາຕາແສງອ້ອມຂ້າງ ຂອງແຂວງ ດົ່ງທາບ (Đồng Tháp). ນີ້ບໍ່ພຽງແຕ່ແມ່ນສະຖານທີ່ເພື່ອລະນຶກເຖິງຜູ້ນຳຜູ້ເຄົາລົບຮັກຂອງປະຊາຊາດເທົ່ານັ້ນ ແຕ່ໄດ້ກາຍເປັນສັນຍາລັກທາງດ້ານວັດທະນະທຳ ແລະ ປະຫວັດສາດອັນສຳຄັນ ໃນຊີວິດການເປັນຢູ່ ຂອງປະຊາຊົນພາຍໃນທ້ອງຖິ່ນ.
ຍສໝ - ນັບຕັ້ງແຕ່ການເລືອກຕັ້ງທົ່ວໄປ (ການຢັ່ງປະຊາມະຕິ) ຄັ້ງທຳອິດໃນປີ 1946 ຈົນເຖິງຂະບວນການສ້າງສາລັດແຫ່ງກົດໝາຍສັງຄົມນິຍົມ, ແນວຄິດ ໂຮ່ຈີມິນ ກ່ຽວກັບສະພາແຫ່ງຊາດ ແລະ ສິດເປັນເຈົ້າຂອງປະຊາຊົນ ແມ່ນຍັງຄົງມີຄຸນຄ່າໃນການເປັນເຂັມທິດເຍືອງທາງອັນເລິກເຊິ່ງສະເໝີມາ.
ຍສໝ - ເພື່ອນັບຕ້ອນ ແລະ ສະເຫຼີມສະຫຼອງວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19 ພຶດສະພາ 1890 - 19 ພຶດສະພາ 2026), ໃນຄ່ຳຄືນວັນທີ 14 ພຶດສະພາ, ຢູ່ທີ່ແຂວງ ເຢືອງໂນ້, ພະແນກວັດທະນະທຳ ແລະ ກິລາ ນະຄອນ ເຫວ້ ໄດ້ຈັດເທສະການໝູ່ບ້ານ ເຢືອງໂນ້ ປະຈຳປີ 2026 ພາຍໃຕ້ຫົວຂໍ້ "ເຢືອງໂນ້ - ເສັ້ນທາງເດືອນພຶດສະພາ".
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 51 ປີ (30/4/1975 - 30/4/2026), ໃນຕອນເຊົ້າວັນທີ 28 ເມສາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເຂົ້າວາງພວງມາລາ, ໄປຖະຫວາຍທູບທຽນປະທານ ໂຮ່ຈີມິມ, ອາໄລຫາບັນດານັກຮົບວິລະຊົນທີ່ເສຍສະລະຊີວິດເພື່ອຊາດ ຢູ່ອະນຸສາວະລີນັກຮົບວິລະຊົນທີ່ເສຍສະລະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ.
ຍສໝ - ໃນຂອບເຂດຊຸດອົບຮົມການສອນພາສາຫວຽດນາມ ໃຫ້ແກ່ບັນດາຄູອາຈານຫວຽດນາມ ຢູ່ຕ່າງປະເທດ ປີ 2025, ຄະນະຜູ້ຮຽນໄດ້ມີການເຄື່ອນໄຫວນອກຫຼັກສູດຫຼາຍຢ່າງຢູ່ຮ່າໂນ້ຍ ແລະ ແຂວງ ໄທງວຽນ.
ຍສໝ - ພິທີເລີ່ມລົງມືກໍ່ສ້າງກິດຈະກຳເຮືອນຮ້ານ ປະທານໂຮ່ຈີມິນ ໄດ້ດຳເນີນໃນວັນທີ 9 ເມສາຢູ່ເຂດປູສະນີຍະສະຖານປະທານໂຮ່ຈີມິນ ທີ່ບ້ານ ໜອງໂອນ, ເທດສະບານເມືອງ, ແຂວງ ອຸດອນທານີ, ພາກອີສານ ໄທ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, ວັນທີ 3 ກຸມພາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າສຸສານເພື່ອຂ່ຳນັບ ປະທານ ໂຮ່ຈີມິນ.
ຍສໝ - ວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ຈີນ ຈັດຕັ້ງການສຳມະນາວິທະຍາສາດ ດ້ວຍຫົວຂໍ້ “ໂຮ່ຈີມິນ - ສັນຍາລັກແຫ່ງການພົວພັນສາມັກຄີ, ມິດຕະພາບລະຫວ່າງການປະຕິວັດ ຫວຽດນາມ ແລະ ການປະຕິວັດ ຈີນ".
ຍສໝ - ຫວ່າງແລ້ວນິ້, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນລິວກວາງ ໄປຖະຫວາຍດອກໄມ້ທູບທຽນເພື່ອໄຫວ້ອາໄລຫາປະທານ ໂຮ່ຈີມິນ ທີ່ອະນຸສາວະລີ ໂຮ່ຈີມິນ ຢູ່ຖະໜົນຫຼວງ Simón Bolívar, ນະຄອນຫຼວງ Caracas.
ຍສໝ - ວັນທີ 19 ພຶດສະພານີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 134 ເເຫ່ງວັນເກີດຂອງປະທານ ໂຮ່ຈິມິນ (19/5/1890 – 19/05/2024), ຢູ່ມະຫາວິທະຍາໄລ Sejong - ໂຮງຮຽນທີ່ຕັ້ງຊື່ກະສັດຜູ້ຍິ່ງໃຫຍ່ຂອງ ສ.ເກົາຫຼີ - ໄດ້ດຳເນີນກອງປະຊຸມສຳມະນາສາກົນ ເພື່ອເຊື່ອມໂຍງບັນດາປັນຍາຊົນ, ນັກສຶກສາ ແລະ ປະຊາຊົນ ຫວຽດນາມ ທີ່ອາໄສ, ໄປເຮັດວຽກ, ສຶກສາ ແລະ ດຳລົງຊີວິດຢູ່ ສ.ເກົາຫຼີ.
ຍສໝ - ຕອນບ່າຍວັນທີ 16 ພຶດສະພາ, ຢູ່ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ບ້ານ ຊຽງວາງ, ເມືອງ ໜອງບົກ, ແຂວງ ຄຳມ່ວນ, ພາກກາງລາວ ໄດ້ດຳເນີນພິທີຖະຫວາຍທູບທຽນ ເພື່ອສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈິມິນ (ວັນທີ 19 ພຶດສະພາ 1890 – 19 ພຶດສະພາ 2024) ເພື່ອລະນຶກເຖິງຄຸນງາມຄວາມດີຂອງປະທານ ໂຮ່ຈິມິນ ທີ່ມີຕໍ່ປະຊາຊົນ ແລະ ປະເທດຊາດລະຫວາ່ງ ຫວຽດນາມ - ລາວ.
ຍສໝ - ໃນວັນທີ 7 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໋າຮຸ່ງ ໄດ້ມອບຫຼຽນໄຊມິດຕະພາບ ໃຫ້ແກ່ຫໍພິພິທະພັນ ໄກສອນ ພົມວິຫານ ຍ້ອມມີບັນດາຜົນງານ ແລະ ປະກອບສ່ວນອັນໃຫຍ່ຫຼວງ ໃນການເຊີດຊູປະທານ ໂຮ່ຈີມິນ, ວິລະຊົນປົດປ່ອຍປະເທດຊາດຫວຽດນາມ ແລະ ນັກວັດທະນະທຳດີເດັ່ນຂອງໂລກ.
ຍສໝ - ແຜ່ນສີລາໄຫວ້ອາໄລປະທານໂຮ່ຈີມິນ, ສ້າງຮູບແກະຄວັດສະຫຼັກແຜ່ນໃຫມ່ຢູ່ຫຼັງແຜ່ນສີລາໃໝ່; ສ້າງຫໍວາງສະແດງ, ຕຶກອາຄານເຮັດວຽກແຫ່ງໃໝ່; ບໍລິເວນ ແລະ ລະບົບດອກໄຟເຍືອງທາງຂອງເຂດອະນຸສອນສະຖານ.
ຕອນເຊົ້າວັນທີ 24 ມີນາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ໄດ້ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນໍາທີ່ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ພົບປະກັບຖັນແຖວປັນຍາຊົນ ແລະ 40 ປີແຫ່ງວັນສ້າງຕັ້ງສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ.
ຍສໝ - “ພໍ່ແມ່ຮັກຂອງບັນດານັກສຶກສາລາວ” ໄດ້ຮັບການຜັນຂະຫຍາຍໂດຍໂຮງຮຽນມິດຕະພາບ 80 ແລະ ໜ່ວຍສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ ຕາແສງ ເຊີນໄຕ (ຮ່າໂນ້ຍ) ແຕ່ປີ 2017. ຂໍ້ລິເລີມນີ້ເຮັດໃຫ້ນັກສຶກສາລາວທີ່ມາຫວຽດນາມເປັນຈຳນວນຫຼວງຫຼາຍໄດ້ມີພໍ່ແມ່ຮັກ. ພວກເຂົາເຈົ້າບໍ່ບໍ່ຮ່ວມສາຍເລືອດດຽວກັນແຕ່ໄດ້ຢູ່ຮ່ວມກັນຄືເລືອດເນື້ອເຊື້ອໄຂດຽວກັນ.
ຍສໝ - ອະນຸສາວະລີ ໂຮ່ຈີມິນ ຢູ່ຕ່າງປະເທດ ໄດ້ກາຍເປັນມໍລະດົກ, ຮ່ອງຮອຍສັກກາລະຂອງປະທານ ໂຮ່ຈີມິນ, ເປັນເຄື່ອງໝາຍຂອງ ຫວຽດນາມ ຢູ່ແຕ່ລະປະເທດ. ທັງແມ່ນຮູບແບບການຮັກສານາມມະຍົດວິລະຊົນປົດປ່ອຍຊາດຫວຽດນາມ ຕະຫຼອດໄປ ແລະ ແມ່ນວິທີການທີ່ສົມຄວນໄດ້ຮັບການເຄົາລົບນັບຖື.
ຍສໝ - ຕອນເຊົ້າວັນທີ 19 ພຶດສະພາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 132 ປີ ວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2022), ອົງຄະນະພັກທີ່ກຳປູເຈຍ ແລະ ບັນດາໜ່ວຍພັກຮາກຖານໃນສັງກັດໄດ້ຈັດພິທີຖະຫວາຍທູບທຽນ ອາໄລຫາປະທານ ໂຮ່ຈີມິນ ຢູ່ສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ.
ການພົວພັນຕ່າງປະເທດປະຊາຊົນ ສືບທອດມູນເຊື້ອຮັກຊາດ, ກົມກຽວ ແລະມະນຸດສະທຳຂອງຊາດເຮົາ, ໄດ້ຮັບການສ້າງພື້ນຖານ, ຊີ້ນຳ, ຜັນຂະຫຍາຍໂດຍກົງຂອງປະທານ ໂຮ່ຈີມິນ.
ຍສໝ - ໃນໂອກາດຄົບຮອບ 71 ປີ ວັນມູນເຊື້ອສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ - VUFO (17 ພະຈິກ 1950 – 17 ພະຈິກ 2021), ທ່ານ ນາງ ຫງວຽນເຟືອງງາ ປະທານ VUFO ໄດ້ມີບົດຄຳເຫັນຊົມເຊີຍ ແລະ ປຸກລະດົມພະນັກງານ, ລັດຖະກອນ, ລັດຖະການ, ຜູ້ອອກແຮງງານ, ສະມາຊິກສະມາຄົມໃນທົ່ວລະບົບພາກັນມຸ້ງໝັ້ນແຂ່ງຂັນສ້າງຜົນງານຂ່ຳນັບຮັບຕ້ອນ 72 ປີ ວັນລະນຶກມູນເຊື້ອ. ວາລະສານຍຸກສະໄໝ ຂໍຖືເປັນກຽດໄດ້ສະເໜີບົດຄຳເຫັນນີ້ຕໍ່ບັນດາທ່ານ.