ສະຫວັນນະເຂດ ປະຕິບັດວິໄນ ສະມາຊິກພັກ 40 ຄົນ ລຶບຊື່ອອກຈາກພັກ 19 ຄົນ ແກ້ໄຂລົດເຖື່ອນໄດ້ 1.366 ຄັນ

ສະຫວັນນະເຂດ ປະຕິບັດວິໄນ ສະມາຊິກພັກ 40 ຄົນ ລຶບຊື່ອອກຈາກພັກ 19 ຄົນ ແກ້ໄຂລົດເຖື່ອນໄດ້ 1.366 ຄັນ

ໃນວັນທີ 20 – 21 ມີນາ 2019 ນີ້, ຄະນະກວດກາພັກ-ລັດແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມວຽກງານ ຕິດຕາມ, ກວດກາທົ່ວແຂວງ ປະຈໍາປີ 2018 ແລະ ວາງທິດທາງແຜນການປີ 2019 ຂຶ້ນ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າ ການປົກຄອງແຂວງສະຫວັນນະເຂດ, ໃຫ້ກຽດເປັນປະທານ ໃນພິທີໂດຍທ່ານ ປອ ໂພໄຊ ໄຊຍະສອນ ກໍາມະການ ສໍາ ຮອງສູນກາງພັກ ​ຮອງ​ເລ​ຂາ​ພັກ​ແຂວງ ຮອງເຈົ້າ ແຂວງສະຫວັນນະເຂດ ທ່ານ ໄຊຄໍາ ອຸ່ນມີໄຊ ຮອງປະທານ ກວດ ກາສູນກາງພັກ, ທ່ານ ນາງ ບຸນເຍື້ອນ ທິດພຸດທະວົງ ຄະນະປະຈໍາພັກແຂວງປະ ທານກວດກາພັກ-ລັດແຂວງ ສະຫວັນນະເຂດ, ມີບັນດາພະ ນັກງານລັດຖະກອນອ້ອມຂ້າງ ແຂວງ, ຕົວແທນຈາກ 14 ເມືອງ 1 ນະຄອນເຂົ້າຮ່ວມ.