ແຂວງ ດ້ຽນບຽນ ຕ້ອນຮັບຫຼຽນໄຊມິດຕະພາບຂອງ ລາວ

ແຂວງ ດ້ຽນບຽນ ຕ້ອນຮັບຫຼຽນໄຊມິດຕະພາບຂອງ ລາວ

ຍສໝ - ຕອນເຊົ້າວັນທີ 25 ທັນວາ, ຢູ່ນະຄອນ ດ້ຽນບຽນຝູ (ແຂວງ ດ້ຽນບຽນ), ໂດຍໄດ້ຮັບການມອບສິດ​ຈາກ​ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຄະນະຜູ້ແທນແຂວງ ຜົ້ງສາລີ ໄດ້ປະດັບຫຼຽນໄຊມິດຕະພາບ, ຫຼຽນກາມິດຕະພາບຂອງປະທານປະເທດ, ລັດຖະບານລາວ ມອບໃຫ້​ບັນດາ​ກົມກອງລວມໝູ່ ​ແລະ ບຸກຄົນ​ຂອງ​ແຂວງ ດ້ຽນບຽນ.

ລັດແຫ່ງ ສປປ ລາວ ປະດັບຫຼຽນໄຊໃຫ້ບັນດາໝູ່ຄະນະ ແລະ ສ່ວນບຸກຄົນຂອງແຂວງ ໄທຫງວຽນ

ລັດແຫ່ງ ສປປ ລາວ ປະດັບຫຼຽນໄຊໃຫ້ບັນດາໝູ່ຄະນະ ແລະ ສ່ວນບຸກຄົນຂອງແຂວງ ໄທຫງວຽນ

ຍສໝ - ໃນວັນ​ທີ 20 ມິຖຸນາ 2023, ຄະນະ​ຜູ້​ແທນ​ແຂວງ​ຫຼວງ​ພະ​ບາງ - ສປປ ລາວ ນຳ​ໂດຍ​ທ່ານ ຄຳ​ຂັນ ຈັນທະ​ວີ​ສຸກ, ກຳມະການ​ສູນ​ກາງ​ພັກ, ​ເລຂາຄະນະພັກ, ​ເຈົ້າ​ແຂວງ​ຫຼວງ​ພະ​ບາງ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ ​ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງໄທ​ຫງວຽນ.

ປະດັບຫຼຽນໄຊ​ມິດ​ຕະ​ພາບຂອງປະທານປະເທດໃຫ້ທ່ານ Alain Dussarps

ປະດັບຫຼຽນໄຊ​ມິດ​ຕະ​ພາບຂອງປະທານປະເທດໃຫ້ທ່ານ Alain Dussarps

ຍສໝ - ຫວ່າງແລ້ວນີ້, ​ສະຖານທູດ​ຫວຽດນາມ ປະຈຳ ຝຣັ່ງ ​ໄດ້​ຈັດ​ພິທີ​ປະດັບ​ຫຼຽນ​ໄຊ​ມິດຕະພາບ​ຂອງ​ປະທານ​ປະ​ເທດ ​ໃຫ້​ທ່ານ Alain Dussarps, ຮອງ​ປະທານ​ສະມາຄົມ​ມິດຕະພາບຝຣັ່ງ-ຫວຽດນາມ (AAFV) ເນື່ອງຈາກ “ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃນພາລະກິດສ້າງສາ ​ແລະພັດທະນາ​ຫວຽດນາມ ​ແລະ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ມິດຕະພາບ ​ແລະການ​ຮ່ວມ​ມື​ລະຫວ່າງຝຣັ່ງ ​ແລະ ຫວຽດນາມ”.

ປະດັບຫຼຽນໄຊມິດຕະພາບໃຫ້ຜູ້ຮ່ວມສ້າງຕັ້ງອົງການຈັດຕັ້ງ Peace Trees Vietnam

ປະດັບຫຼຽນໄຊມິດຕະພາບໃຫ້ຜູ້ຮ່ວມສ້າງຕັ້ງອົງການຈັດຕັ້ງ Peace Trees Vietnam

ຍສໝ - ເມື່ອບໍ່ດົນມານີ້, ຢູ່ ນະຄອນຫຼວງຮ່າໂນ້ຍ ໄດ້ຈັດພິທີປະດັບຫຼຽນໄຊມິດຕະພາບໃຫ້ກັບທ່ານນາງ Jerilyn Brusseau ຜູ້ຮ່ວມສ້າງຕັ້ງ ອົງການຈັດຕັ້ງ Peace Trees VietNam ເຊິ່ງເປັນໜື່ງໃນລາງວັນທີ່ສູງທີ່ສຸດຂອງລັດຖະບານຫວຽດນາມທີ່ມອບໃຫ້ສະເພາະອົງການ ຈັດຕັ້ງ ແລະ ບຸກຄົນທີ່ມີສ່ວນຊ່ວຍສ້າງຄວາມສຳພັນໄມຕີລະຫວ່າງປະເທດຫວຽດນາມ ກັບ ປະເທດອື່ນໆ ໃນໂລກ.