ທະຫານຊາຍແດນປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນແບບພິເສດລະຫວ່າງປະຊາຊົນຫວຽດນາມ - ລາວ
ໃນໄລຍະຜ່ານມາ, ຄ້າຍທະຫານຊາຍແດນເຍິມ, ທະຫານຊາຍແດນແຂວງເທື່ອທຽນ-ເຫວ້ ໄດ້ສົມທົບກັບບັນດາກົມກອງລະດົມຫຼາຍແຫຼ່ງກໍາລັງເພື່ອໜູນຊ່ວຍການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນບ້ານເຊຊາບ (ເມືອງກະລຶມ, ແຂວງເຊກອງ) ຂອງປະເທດເພື່ຶອນມິດລາວ. ໂດຍໄດ້ຮັບການແນະນໍາກ່ຽວກັບວິທີຫາເງິນລ້ຽງຊີບ, ປະຊາຊົນບ້ານເຊຊາບ ໄດ້ຍູ້ແຮງການຜະລິດ, ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ຫັນຊີວິດການເປັນຢູ່ໃຫ້ເປັນປົກກະຕິ.