ຍສໝ - ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງນາມໃນມະຕິຕົກລົງເລກທີ 06/QD-TTg ອະນຸມັດແຜນຮ່າງການພັດທະນາ ໂປແກລມຂໍ້ມູນປະຊາກອນ, ການເອີ້ນຊື່ ແລະ ການຢັ້ງຢືນເອເລັກໂຕຣນິກ ເພື່ອຮັບໃຊ້ການຫັນເປັນດີຈີຕອນແຫ່ງຊາດໄລຍະ 2022 - 2025, ວິໄສທັດຮອດປີ 2030.
ອົງການອະນາໄມໂລກ ປະກາດບົດລາຍງານດັ່ງກ່າວ ເນື່ອງໃນໂອກາດວັນທີ 3 ເດືອນມິນາ ເປັນວັນການຟັງໂລກ, ບົດລາຍງານນີ້ ຍັງເນັ້ນວ່າ ຕ້ອງເລ່ັງເສີມພະລັງ, ເພີ່ມການລົງທຶນ ແລະ ເພີ່ມໂອກາດການໄດ້ຮັບການບໍລິການເພື່ອບຳລຸງດ້ານໂສຕະວິທະຍາ ແລະ ການຟັງຫລາຍຂຶ້ນ ເພື່ອປ້ອງກັນ ແລະ ກຳຈັດຄວາມເສຍຫາຍຈາກການຟັງ.
ອີງໃສ່ການສໍາຫຼວດລາຍຈ່າຍ ແລະ ການບໍລິໂພກໃນລາວ (LECS) ທີ່ດໍາເນີນໃນຂອບເຂດທົ່ວປະເທດ ໃນລະຫວ່າງປີ 2018-2019 ຂໍ້ມູນທີ່ໄດ້ຈາກ LECS ສະແດງໃຫ້ເຫັນວ່າ ອັດຕາຄວາມທຸກຍາກເເຫ່ງຊາດລາວທີ່ຫຼຸດລົງ 6,3% ໃຊ້ເວລາຫຼາຍກວ່າ 6 ປີ ນັບຈາກ 24 6% ໃນປີ 2013 ເປັນ 18 3% ໃນປີ 2019.
ສປປ ລາວ ມີປະຊາກອນໜຸ່ມປະມານ 60% ແມ່ນອາຍຸຕໍ່າກວ່າ 25 ປີ, ການສຶກສາກ່ຽວກັບພົນລະເມືອງຂອງລາວ ປີ 2030 ສະແດງໃຫ້ເຫັນວ່າປະຊາກອນທັງໝົດ ຂອງ ສປປ ລາວ ຢູ່ ໃນລະດັບ 7,2 ລ້ານຄົນໃນ ປີ 2020, ຄາດວ່າຈະບັນລຸເຖິງ 8,1 ລ້ານຄົນໃນປີ 2030 ແລະ ຈະເພີ່ມຂຶ້ນເກືອບໜຶ່ງລ້ານຄົນໃນ 10 ປີຂ້າງໜ້າ.
ລັດຖະບານ ສປປ ລາວ ໄດ້ສຸມໃສ່ການຟື້ນຟູ ຜົນກະທົບຈາກການແຜ່ ລະບາດຂອງພະຍາດ ໂຄວິດ-19 ຄຽງຄູ່ກັນກັບການວາງແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ ໄດ້ເຮັດບົດລາຍງານການຄາດຄະເນ ປະຊາກອນລາວ ໃນປີ 2030 ເຊິ່ງເຫັນວ່າປະຊາກອນ ສປປ ລາວ ຈະເພີ່ມຂຶ້ນເຖິງ 8.1 ລ້ານຄົນ.