ເດືອນເຄື່ອນໄຫວເພື່ອຜູ້ທຸກຍາກ: ຫວຽດນາມ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ
ເດືອນເຄື່ອນໄຫວ “ເພື່ອຜູ້ທຸກຍາກ” ປີ 2021 ພວມດຳເນີນໃນສະພາບໂລກລະບາດໂຄວິດ -19 ສົ່ງຜົນກະທົບຢ່າງຫນັກຫນ່ວງເຖິງຜູ້ທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກ ເຮັດໃຫ້ຜູ້ອອກແຮງງານຫລາຍຄົນຖືກວ່າງງານ, ບໍ່ມີລາຍຮັບເພື່ອຮັບປະກັນຊີວິດການເປັນຢູ່. ສະນັ້ນ ການເຄື່ອນໄຫວ ແລະ ນະໂຍບາຍຫນູນຊ່ວຍຫລຸດຜ່ອນຄວາມທຸກຍາກ ກໍ່ມີການປ່ຽນແປງໄປນຳເພື່ອໃຫ້ເໝາະສົມກັບສະພາບຕົວຈິງ, ນັບມື້ນັບມີຫລາຍຮູບແບບກວ່າ, ບໍ່ພຽງແຕ່ຫນູນຊ່ວຍໂດຍດ່ວນເທົ່ານັ້ນ ຫາກຍັງມີທິດຊ່ວຍຫນູນການຫາເງິນລ້ຽງຊີບ, ວຽກເຮັດງານທຳ, ໃຫ້ຜູ້ທຸກຍາກໄດ້ກູ້ຢຶມທຶນບຸລິມະສິດເພື່ອຫລຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ.