ປະເພນີ ຕົບພະທາຍ ໃນວັນປີໃໝ່ລາວ
ໃນໜຶ່ງປີຕາມຮີດຄອງປະເພນີ ຂອງຊາດລາວເຮົາທີ່ທຸກຄົນບໍ່ວ່າ ຍຸກໃດສະໄໝໃດກໍຈະສ້າງບຸນສິນກິນທານເຊິ່ງນັບໄດ້ແຕ່ຕົ້ນປີຍາມ ເຂົ້າໃໝ່ປາມັນຫລັງຈາກເກັບກ່ຽວ ເປັນຕົ້ນມາຕາມຄວາມເຊື່ອຖືຂອງ ເຖົ້າແກ່ທີ່ໄດ້ສືບທອດກັນມາຍາວ ນານ, ບຸນສົງການປີໃໝ່ລາວຕາມຮີດຄອງປະເພນີຄົນລາວສ່ວນຫລາຍ ມັກເອີ້ນວ່າ:ບຸນປີໃໝ່ຫລືບຸນຕຸດສົງການ ແຕ່ຄົນຈຳນວນຫລາຍໃນທຸກວັນນີ້ມັກເອີ້ນອອກສຽງສຳນຽງວ່າເປັນກຸດສົງການປີໃໝ່ລາວ, ແຕ່ຖ້າຈະເວົ້າໃຫ້ຖືກແທ້ນັ້ນກໍຄົງຈະເປັນວັນຂຶ້ນປີໃໝ່ລາວນັ້ນແລ້ວ.