ເປີດຕົວປື້ມຮູບພາບສອງພາສາຫົວທຳອິດກ່ຽວກັບ 100 ປີແຫ່ງສື່ມວນຊົນປະຕິວັດຫວຽດນາມ
ຍສໝ - ວັນທີ 10 ມິຖຸນາ ຢູ່ຮ່າໂນ້ຍ, ປຶ້ມຮູບພາບ“100 ປີແຫ່ງສື່ມວນຊົນປະຕິວັດຫວຽດນາມ (1925-2025)” ໄດ້ຮັບການເປີດຕົວຕໍ່ປະຊາຊົນຢ່າງເປັນທາງການ. ປຶ້ມດັ່ງກ່າວແມ່ນເອກະສານອັນລ້ຳຄ່າ, ບັນທຶກການເຄື່ອນໄຫວພັດທະນາ 100 ປີຂອງພື້ນຖານສື່ມວນຊົນປະຕິວັດຫວຽດນາມ, ໄດ້ຮຽບຮຽງດ້ວຍພາສາຫວຽດນາມ ແລະ ອັງກິດ ເພື່ອຮັບໃຊ້ຜູ້ອ່ານທັງພາຍໃນ ແລະ ຕ່າງປະເທດ.