ຍສໝ - ໃນປີ 2025, ທ່າມກາງການປ່ຽນແປງຫຼາຍຢ່າງ, ຂະແໜງປ່າໄມ້ຫວຽດນາມ ຈະຮັກສາທ່າເຕີບໂຕຢ່າງຕັ້ງໜ້າ, ສືບຕໍ່ຢືນຢັນບົດບາດເປັນຂະແໜງເສດຖະກິດເຕັກນິກທີ່ເປັນເອກະລັກສະເພາະໃນຂົງເຂດກະສິກຳ ແລະ ສິ່ງແວດລ້ອມ.
ຍສໝ - ຕາມຂໍ້ມູນຂອງກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ແຕ່ວັນທີ 28-29 ພະຈິກ, ເວທີປາໄສ Logistics ຫວຽດນາມ 2025 ຄາດວ່າຈະຈັດຂຶ້ນຢູ່ນະຄອນ ດານັງ. ນີ້ບໍ່ພຽງແຕ່ແມ່ນເຫດການໃຫຍ່ປະຈຳປີຂອງຂະແໜງການ Logistics ເທົ່ານັ້ນ, ຫາກຍັງແມ່ນຂີດໝາຍຍຸດທະສາດ, ເປີດໄລຍະພັດທະນາໃໝ່ໃຫ້ແກ່ການບໍລິການ Logistics ຂອງຫວຽດນາມ.
ຍສໝ - ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ລາວ ສະເໜີໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນໃນທົ່ວປະເທດ ເພີ່ມທະວີການຜະລິດພືດ ແລະ ເຄື່ອງປ່າຂອງດົງ ເພື່ອຍົກສູງປະລິມານການສົ່ງອອກ ແລະ ຫຼຸດຜ່ອນປະລິມານການນຳເຂົ້າ.
ຍສໝ - ປ້ອງກັນ, ຕ້ານໄຟໄໝ້ປ່າ, ໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ; ເຂົ້າຮ່ວມການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພ, ອະທິປະໄຕຄວາມໝັ້ນຄົງເຂດຊາຍແດນ, ຫຼັກໝາຍຂອງແຕ່ລະປະເທດ... ນີ້ແມ່ນບັນດາການເຄື່ອນໄຫວຮ່ວມແຮງຮ່ວມໃຈປົກປັກຮັກສາປ່າໄມ້, ອະນຸລັກຮັກສາຊັບພະຍາກອນທຳມະຊາດຢູ່ເຂດຊາຍແດນ ຫວຽດນາມ - ລາວ.
ຍສໝ - ການປົກປ້ອງປ່າໄມ້ໃນລາວຍັງປະເຊີນກັບສິ່ງທ້າທາຍຫລາຍຢ່າງ ໂດຍສະເພາະສະຖານະການຂອງຊຸມຊົນທ້ອງຖິ່ນທີ່ມີການບຸກລຸກທີ່ດິນປ່າໄມ້. ປະເທດລາວ ໄດ້ວາງແຜນທີ່ຈະປູກຕົ້ນໄມ້ 34 ລ້ານຕົ້ນໃນປີນີ້.
ກອນຕູມ-ອັດຕະປື ເພີ່ມທະວີວຽກງານປົກປັກຮັກສາປ່າໄມ້
ຍສໝ - ບັນດາອົງການທີ່ມາຈາກແຂວງສາລະວັນ, ພາກໃຕ້ຂອງລາວ ແລະ ແຂວງເທື່ອທຽນ-ເຫວ້ ຂອງຫວຽດນາມ ຫາກໍ່ລົງນາມໃນບົດບັນທຶກຄວາມເຂົ້າໃຈ ໄລຍະ 2023-2028 ເພື່ອປົກປັກຮັກສາປ່າໄມ້, ຜະລິດຕະພັນປ່າໄມ້ ແລະ ສັດປ່າ ຢູ່ເຂດຊາຍແດນຂອງສອງແຂວງ.
ຍສໝ - ວັນທີ 14 ເມສາ, ຢູ່ປ່າສະຫງວນແຫ່ງຊາດ ນ໊ຍຈົ໊ວ, ຄະນະກຳມະການປະຊາຊົນແຂວງ ນິງທ້ວນ ໄດ້ຈັດຕັ້ງພິທີຕ້ອນຮັບໃບຢັ້ງຢືນເຂດສະຫງວນຊີວະນາໆພັນໂລກ ນຸ໊ຍຈົ໊ວ…
ຢາກແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວໄດ້ ກໍຄື ການຈັດຕັ້ງປະຕິບັດ ຄາດໝາຍສູ້ຊົນ ດັ່ງກ່າວໄດ້ ມັນຮຽກຮ້ອງໃຫ້ພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ຊາວກະສິກອນທົ່ວປະເທດ ຕ້ອງດຳເນີນມາດຕະ ການທີ່ຕັ້ງໜ້າ ຢ່າງມີປະສິດຕິພາບ, ເອົາໃຈໃສ່ຜັນຂະຫຍາຍ ຈັດຕັ້ງປະຕິບັດ ຄຳສັ່ງຂອງຄະນະເລຂາ ທິການສູນກາງພັກ ວ່າດ້ວຍການເພີ່ມທະວີ ຄວາມຮັບຜິດຊອບ ຂອງຄະນະພັກ ໃນການຊີ້ນຳ-ນຳພາ ການປ້ອງກັນ ແລະ ຮັບມືກັບໄພພິບັດທຳມະຊາດ ແລະ ຄຳສັ່ງຂອງນາຍົກ ລັດຖະມົນຕີ ວ່າດ້ວຍ ການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ ເສດຖະກິດ.
ປັດຈຸບັນການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດໃນຂົງເຂດກະສິກຳ ແລະປ່າໄມ້ ໃນຂອບເຂດທົ່ວປະເທດລາວ ແມ່ນລວມມີທັງໝົດ 1.562 ບໍລິສັດ, ດ້ວຍມູນຄ່າການລົງທຶນທັງໝົດ 4,2 ຕື້ໂດລາ
ນັບແຕ່ຕົ້ນເດືອນເມສາ ນີ້ ໄດ້ເກີດສະພາບໄຟໄໝ້ປ່າສະຫງວນ, ປ່າປ້ອງກັນ, ປ່າຜະລິດ ແລະ ປ່າປະເພດອື່ນໆ ເປັນບໍລິເວນກວ້າງຢູ່ຫລາຍເມືອງໃນທົ່ວແຂວງເຮັດໃຫ້ເນື້ອທີ່ປ່າໄມ້ເສຍຫາຍຫລາຍກວ່າ 42 ພັນເຮັກຕາ, ໃນນັ້ນ ເມືອງໄຊ ເສຍຫາຍກວ່າ 18 ພັນເຮັກຕາ, ເມືອງຫລາ 2.525 ເຮັກຕາ, ນາໝໍ້ 7.670 ເຮັກຕາ, ເມືອງງາ 9.707 ເຮັກຕາ, ເມືອງແບ່ງ 1.700 ກວ່າເຮັກຕາ, ເມືອງຮຸນ 224 ເຮັກຕາ ແລະ ເມືອງປາກແບ່ງ 2.998 ເຮັກຕາ.
ຍສໝ - ກອງປະຊຸມພິເສດເຈົ້າໜ້າທີ່ຂັ້ນສູງກະສິກຳ, ປ່າໄມ້ AMAF ASEAN+3 ຄັ້ງທີ 18 ພ້ອມກັບບັນດາຄູ່ຮ່ວມມືຍຸດທະສາດຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ດຳເນີນໃນຕອນເຊົ້າວັນທີ 07 ສິງຫາ 2019 ຢູ່ ນະຄອນເຫ້ວ ສສ ຫວຽດນາມ.
ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ດຳເນີນຮອດວັນທີ 13 ມິຖຸນາ 2019 ຢູ່ສະພາແຫ່ງຊາດ (ຫຼັກ 6) ໂດຍເປັນປະທານຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ມີບັນດາລັດຖະມົນຕີກະຊວງກ່ຽວຂ້ອງ ແລະ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆເຂົ້າຮ່ວມ.
ຍສໝ - ຮັບຮອງເອົາການກໍານົດຈຸດສຸມພັດທະນາທີ່ເປັນບູລິມະສິດໄລຍະ 2016-2020 ໃຫ້ໄປລວງດຽວກັນໂດຍສຸມໃສ່ 12 ຈຸດສຸມຂອງສູນກາງ 53 ຈຸດສຸມພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂອງທ້ອງຖິ່ນໃຫ້ມີພື້ນຖານໂຄງລ່າງທີ່ໜັກແໜ້ນ.
ອີງຕາມປະມວນກົດໝາຍອາຍາມາດຕາ 326 ໄດ້ກຳນົດ ໄວ້ວ່າ: ບຸກຄົນໃດຫາກໄດ້ຕັດໄມ້, ຖາງປ່າໂດຍບໍ່ຖືກຕ້ອງຕາມລະບຽບ ກົດໝາຍ ແລະ ລະບຽບການກ່ຽວກັບປ່າໄມ້ ຫລື ທຳລາຍປ່າໄມ້ດ້ວຍວິທີການອື່ນ ຫລື ຂຸດຄົ້ນເຄື່ອງປ່າຂອງດົງໂດຍບໍ່ຖືກຕ້ອງຕາມ ກົດໝາຍ ແລະ ລະບຽບການຊຶ່ງສ້າງຜົນເສຍຫາຍທີ່ມີມູນຄ່າ 5.000.000 ກີບ ຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ສາມ ເດືອນຫາໜຶ່ງປີ ແລະ ຈະຖືກປັບໃໝສອງເທົ່າຂອງມູນຄ່າເສຍຫາຍ ແລະ ໃຫ້ຟື້ນຟູຄືນ.
ກອງປະຊຸມສະຫຼຸບວຽກງານກວດກາປະຈຳປີ 2018 ຂອງຂະແໜງກະສິກຳ ແລະປ່າໄມ້ທົ່ວປະເທດໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 21 ມີນານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ວັນໄຊ ຊົ່ງຊາຢູ ຮອງປະທານກວດກາສູນກາງພັກ ຊຶ່ງມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າສະຖາບັນ, ຫົວໜ້າພະແນກ-ຮອງພະແນກກະສິກຳ ແລະ ປ່າໄມ້ແຂວງ-ນະຄອນຫຼວງເຂົ້າຮ່ວມ.
ພາຍຫລັງ ລັດຖະບານ ໄດ້ອອກຄຳສັ່ງ 15/ນຍ ເມື່ອ 2-3 ປີມານີ້, ການຈັດຕັ້ງ ປະຕິບັດ ກໍປະສົບ ຜົນສຳເລັດດີ ສົມຄວນ ໂດຍເຫັນໄດ້ ຈາກປ່າໄມ້ ຖືກທຳລາຍ ຫລຸດລົງ, ການສົ່ງອອກ ໄມ້ທ່ອນ ໄປຕະຫລາດ ຕ່າງປະເທດ ຖືກຢຸດ ແລະ ທີ່ສຳຄັນພື້ນ ທີ່ສີຂຽວ ໃນຂອບເຂດ ທົ່ວເທດ ເພີ່ມຂຶ້ນ, ຂະນະທີ່ມີ ໂຮງງານ ໄມ້ຈຳນວນໜຶ່ງ ກໍຖືກຢຸດ.