ພິທີມິດຕິງເພື່ອສະໜັບສະໜູນ ເດືອນແຫ່ງການເຄື່ອນໄຫວປ້ອງກັນ ແລະ ຕ້ານຢາເສບຕິດ ປະຈຳປີ 2026

ພິທີມິດຕິງເພື່ອສະໜັບສະໜູນ ເດືອນແຫ່ງການເຄື່ອນໄຫວປ້ອງກັນ ແລະ ຕ້ານຢາເສບຕິດ ປະຈຳປີ 2026

ຍສໝ​ - ຕອນເຊົ້າວັນທີ 27 ມິຖຸນາ, ຢູ່ທີ່ສະນາມຫຼວງ ດົງກິງເຫງີຍທຸກ, ກະຊວງປ້ອງກັນຄວາມສະຫງົບ ສົມທົບຮ່ວມກັບ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງພິທີມິດຕິງ ແລະ ການແຂ່ງຂັນແລ່ນມາລາທອນຂະບວນການ ເພື່ອສະໜັບສະໜູນ ເດືອນແຫ່ງການເຄື່ອນໄຫວປ້ອງກັນ ແລະ ຕ້ານຢາເສບຕິດ ປະຈຳປີ 2026 ພາຍໃຕ້ຫົວຂໍ້ “ຮ່ວມຈິດຮ່ວມໃຈກັນສ້າງຕັ້ງຕາແສງ, ແຂວງ, ເຂດພິເສດ ປອດຢາເສບຕິດ”. ສະຫາຍ ຟາມທິແທັງຈາ, ເລຂາຄະນະບໍລິຫານງານສູນກາງພັກ, ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ທີ່ພິທີມິດຕິງ.

ກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານໄພພິບັດສະບັບໃໝ່ ມຸ່ງໄປສູ່ການຄຸ້ມຄອງຄວາມສ່ຽງ ແລະ ການຫັນເປັນດິຈິຕອນ

ກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານໄພພິບັດສະບັບໃໝ່ ມຸ່ງໄປສູ່ການຄຸ້ມຄອງຄວາມສ່ຽງ ແລະ ການຫັນເປັນດິຈິຕອນ

ຍສໝ - ໃນການແລກປ່ຽນຄຳເຫັນຮ່ວມກັບ ຫນັງສືພິມເອເລັກໂຕຣນິກລັດຖະບານ, ທ່ານ ຟ້າມດຶກລ້ວ, ຫົວໜ້າກົມຄຸ້ມຄອງເຂື່ອນປ້ອງກັນນ້ຳຖ້ວມ ແລະ ປ້ອງກັນ, ຕ້ານໄພພິບັດ (ກະຊວງກະສິກຳ ແລະ ສິ່ງແວດລ້ອມ), ໃຫ້ຮູ້ວ່າ ຮ່າງກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານໄພພິບັດ (ສະບັບປ່ຽນແທນ) ແມ່ນໄດ້ຮັບການຄາດຫວັງວ່າ ຈະສ້າງບາດກ້າວບຸກທະລຸທາງດ້ານສະຖາບັນ, ຍົກສູງຄວາມສາມາດພາຍໃດການຮັບມືກັບໄພພິບັດ ພາຍໃດສະພາບການໃໝ່.

HUFO ໄດ້ມອບຜ້າບັງປາກ ແລະ ນ້ຳຢາລ້າງມື ເພື່ອຊ່ວຍເຫຼືອປະຊາຊົນມາເລເຊຍໃນການຕ້ານພະຍາດ COVID-19

HUFO ໄດ້ມອບຜ້າບັງປາກ ແລະ ນ້ຳຢາລ້າງມື ເພື່ອຊ່ວຍເຫຼືອປະຊາຊົນມາເລເຊຍໃນການຕ້ານພະຍາດ COVID-19

ຍສໝ - ເມື່ອບໍ່ດົນມານີ້, ສະຫະພັນບັນດາອົງການມິດຕະພາບ ນະຄອນໂຮ່ຈີມິນ HUFO ໄດ້ມາຢ້ຽມສະຖານກົງສຸນໃຫຍ່ ປະເທດມາເລເຊຍ ທີ່ນະຄອນໂຮ່ຈີມິນ ເພື່ອມອບຜ້າບັງປາກ ຈຳນວນ 7,500 ແຜ່ນ ແລະ 100 ລິດນ້ຳຢາລ້າງມື ເພື່ອຊ່ວຍເຫຼືອປະຊາຊົນມາເລເຊຍໃນການປ້ອງກັນ ແລະ ຕ້ານພະຍາດ COVID-19.