ຍສໝ - ໃນ 30 ກວ່າປີທີ່ຜ່ານມາ, ທ່ານນາງ Gabrielle Hollows, ຜູ້ກໍ່ຕັ້ງອົງການ The Fred Hollows Foundation (FHF) ໄດ້ຕັ້ງໜ້າບໍລິຫານ ແລະ ຂົນຂວາຍທຶນໃຫ້ແກ່ບັນດາໂຄງການ, ລາຍການປິ່ນປົວຕາຢູ່ ຫວຽດນາມ, ຜ່ານນັ້ນ ກໍ່ໜູນຊ່ວຍໃຫ້ທ່ານໝໍຜ່າຕັດຕາກວ່າ 1.000 ຄົນໄດ້ຮັບການຝຶກອົບຮົມ, ສະໜອງອຸປະກອນການແພດ, ໜູນຊ່ວຍວຽກງານຜ່າຕັດແກ່ນຕາຂຸ້ນໃຫ້ຄົນເຈັບຫວຽດນາມ ກວ່າ 100.000 ຄົນ.
ໃນວັນທີ 3 ມິຖຸນາ, ຫວຽດນາມ ໄດ້ຮັບຮູ້ມີຜູ້ຕິດເຊື້ອພະຍາດໂຄວິດ 19 ໃໝ່ຕື່ມອີກ 1.039 ຄົນ.
ໂຮງໝໍສະໜາມຕິດແປດເລກທີ 5D - ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຂະຫຍາຍຂະໜາດແຕ່ 500 ຕຽງຂຶ້ນເປັນ 1.000 ຕຽງ, ເພີ່ມກຳລັງຄວາມສາມາດຮັບຜູ້ຕິດເຊືຶ້ອຢູ່ບໍລິເວນນະຄອນໂຮ່ຈີມິນ ແລະແຂວງບີ່ງເຢືອງມາປິ່ນປົວ.
ຍສໝ - ສະຖາບັນເຄມີສາດ - ສະຖາບັນບັນດິດວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ຫາກໍ່ຄົ້ນຄວ້າວິທີການໃໝ່ສໍາເລັດ ໃນການສັງລວມ ຢາ Favipiravir ສຳລັບການປິ່ນປົວ SARS-CoV-2 ໃນຫ້ອງທົດລອງ.
ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະ ຊວງສາທາລະນະສຸກ ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະ ບາດຂອງພະຍາດ COVID-19 ໄດ້ຖະແຫລງໃນວັນທີ 21 ທັນວາ 2020 ນີ້ໃຫ້ຮູ້ວ່າ: ມື້ນີ້, ແມ່ນມີຜູ້ປີ່ນປົວຫາຍດີ ຈາກພະຍາດໂຄວິດ-19 ໄດ້ອອກໂຮງໝໍ 1 ຄົນ ແລະ ຍັງມີຜູ້ຕິດເຊື້ອພະຍາດດັ່ງກ່າວ, 4 ຄົນ ຍັງສືບຕໍ່ປິ່ນປົວ ຢູ່ໂຮງໝໍມິດຕະພາບ.
ຍສໝ - ຕາມຜູ້ຕາງໜ້າໂຮງໝໍ ເຈີ້ໄລ ແລ້ວ, ໃນວັນທີ 12 ກໍລະກົດ ພວກເຂົາໄດ້ຮັບອີເມວຈາກຜູ້ຕາງໜ້າ ສູນຄວບຄຸມ ແລະ ປ້ອງກັນພະຍາດ (CDC) ອາເມລິກາ, ຊົມເຊີຍຜົນສຳເລັດຂອງໂຮງໝໍ ໃນການປິ່ນປົວໃຫ້ນັກບິນອັງກິດ - ຄົນເຈັບ 91.
ເມື່ອບໍ່ດົນມານີ້, ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນກອງປະຊຸມປຶກສາຫາລືການປັບປຸງຄຸນນະພາບການບໍລິການ ໂດຍ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ເປັນປະທານ ແລະ ມີຫົວໜ້າກົມ ຮອງກົມ ຜູ້ຕາງໜ້າຈາກທະນາຄານພັດທະນາອາຊີ ພະແນກສາທາລະນະສຸກແຂວງ ພ້ອມກັນພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.