ຫວຽດນາມ ໃຫ້ບູລິມະສິດຢູ່ຢ່າງສູງແກ່ວຽກງານປົກປ້ອງພົນລະເມືອງຫວຽດນາມທີ່ ອາໄສຢູ່ ຢູແກຼນ
ຫວຽດນາມພວມໃຫ້ບູລິມະສິດຢ່າງສູງສຸດແກ່ວຽກງານຮັບປະກັນຄວາມສະຫງົບປອດໄພກ່ຽວກັບຊີວິດອິນຊີ, ຊັບສິນ, ຜົນປະໂຫຍດອັນຊອບທຳ ໃຫ້ແກ່ພົນລະເມືອງ ແລະ ນິຕິບຸກຄົນຫວຽດນາມທີ່ອາໄສຢູ່ຢູແກຼນ. ໃນຊຸມວັນຜ່ານມາ, ວຽກງານນີ້ ໄດ້ ແລະ ພວມ ຜັນຂະຫຍາຍປະຕິບັດໂດຍດ່ວນ, ຂ້ຽວຂາດ ແລະ ມີປະສິດທິຜົນ, ໃນນັ້ນມີບັນດາຖ້ຽວບິນສົ່ງພົນລະເມືອງກັບຄືນປະເທດ.