ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມສຸດຍອດການຄ້າບໍລິການທົ່ວໂລກ
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນທີ່ກອງປະຊຸມສຸດຍອດການຄ້າບໍລິການທົ່ວໂລກປີ 2021 ຕາມຮູບການອັດເທບວີດີໂອ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນທີ່ກອງປະຊຸມສຸດຍອດການຄ້າບໍລິການທົ່ວໂລກປີ 2021 ຕາມຮູບການອັດເທບວີດີໂອ.
ເມື່ອບໍ່ດົນມານີ້, ສະມາຄົມການເງິນຈຸລະພາກ(ສກມຈ) ຮ່ວມກັບທະນາຄານແຫ່ງ ສປປ ລາວ(ທຫລ) ໂດຍການສະໜັບສະໜູນຈາກ ອົງການ ADA ໄດ້ສຳເລັດການດຳເນີນກອງປະຊຸມ ລະດັບຊາດ ເພື່ອໃຫ້ຄວາມຮູ້ການເຂົ້າເຖິງການບໍລິການທາງດ້ານການເງິນ ປະຈຳປີ 2019 ໂດຍສະເພາະຂົງເຂດການນຳໃຊ້ລະບົບ ດີຈິີຕອນ ເຂົ້າໃນການບໍລິການດ້ານການເງິນ(Fintech) ແລະ ທ່າອ່ຽງໃນການເພີ່ມຂຶ້ນຢ່າງຕໍ່ເນື່ອງຢູ່ ສປປ ລາວ; ທັງຮັບຮູ້ ຍຸດທະສາດທາງດ້ານ ດີຈິີຕອນ ຂອງສະຖາບັນການເງິນ ແລະ ວິເຄາະເຖິງຜົນປະໂຫຍດຂອງ ດີຈິີຕອນ ສຳລັບການເຂົ້າເຖິງການບໍລິການທາງດ້ານການເງິນ;ສ້າງຄວາມຮັບຮູ້ ແລະ ເຂົ້າໃຈພື້ນຖານ ທາງດ້ານການເງິນຜ່ານລະບົບ ດີຈິີຕອນ ແລະ ການປຶກສາຫາລືເຖິງສິ່ງທ້າທາຍສຳລັບລູກຄ້າ ກ່ຽວກັບຄວາມເຂົ້າໃຈໃນການບໍລິການການເງິນແບບ ດີຈີຕອນ.