ໜູນຊ່ວຍວິສາຫະກິດໂດຍແມ່ຍິງເປັນເຈົ້າຂອງ ເຂົ້າຮ່ວມບັນດາລະບົບສະໜອງ
ຍສໝ - ປະຈຸບັນຢູ່ ຫວຽດນາມ, ມີຫຼາຍກວ່າ 20% ຂອງເຈົ້າຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ ແມ່ນແມ່ຍິງ; 51% ຂອງວິສາຫະກິດ ຫວຽດນາມ ມີແມ່ຍິງໃນໂຄງປະກອບການເປັນເຈົ້າຂອງ, ເຊິ່ງສູງກວ່າບັນດາປະເທດ. ເຖິງຢ່າງໃດກໍ່ຕາມ, ບັນດາວິສາຫະກິດໂດຍແມ່ຍິງເປັນເຈົ້າຂອງ ສ່ວນຫຼາຍຢູ່ຂັ້ນຕ່ຳທີ່ສຸດຂອງບັນດາລະບົບສະໜອງໃນຫຼາຍຂະແໜງການ ແລະ ປະສົບກັບຄວາມຫຍຸ້ງຍາກໃນການຕອບສະໜອງຄວາມຮຽກຮ້ອງຕ້ອງການຊື້ເຄື່ອງຂອງບັນດາບໍລິສັດໃຫຍ່.