ເອົາໃຈໃສ່ໜູນຊ່ວຍປະຊາຊົນບັນດາເຜົ່າສ່ວນໜ້ອຍໃນໄລຍະເກີດໂລກລະບາດໂຄວິດ - 19
ໂລກລະບາດໂຄວິດ - 19 ໄດ້ ແລະ ພວມກໍ່ບັນດາຜົນກະທົບບໍ່ໜ້ອຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ໃນນັ້ນມີປະຊາຊົນບັນດາເຜົ່າສ່ວນໜ້ອຍ. ໃນສະພາບການນັ້ນ, ຄວາມເອົາໃຈໃສ່, ການໜູນຊ່ວຍຢ່າງທັນການຂອງອຳນາດການປົກຄອງທຸກຂັ້ນ ໄດ້ຊ່ວຍປະຊາຊົນນຳຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິ, ຟື້ນຟູການຜະລິດເທື່ອລະກ້າວ.