ຍສໝ-ແຕ່ດົນນານມາແລ້ວ, ຊາວເຜົ່າ Raglai ພາຍຫຼັງທີ່ໄດ້ສ້າງຄອບຄົວແລ້ວ ລ້ວນແຕ່ເຮັດບຸນຕອບແທນບຸນຄຸນໃຫ້ພໍ່ແມ່ເພື່ອໃຫ້ພໍ່ແມ່ຢູ່ສະບາຍໃນຍາມເຖົ້າແກ່, ມີຄວາມສຸກໃນຍາມຢູ່ຂ້າງລູກຫຼານ ກໍຄືມີຄວາມພາກພູມໃຈຕໍ່ກັບພີ່ນ້ອງຢູ່ຂ້າງບ້ານ.
ວັນທີ 17 ເມສາ, ຢູ່ເຂດທ່ອງທ່ຽວຊີວະພາບຈ່າງອານ ຂຶ້ນກັບກຸ່ມທັດສະນີຍະພາບຈ່າງອານ (ແຂວງນີງບີ່ງ), ຄະນະຄຸ້ມຄອງກຸ່ມທັດສະນີຍະພາບຈ່າງອານ ສົມທົບກັບວິສາຫະກິດກໍ່ສ້າງ ຊວນເຈື່ອງ ແລະຄະນະກໍາມະການປະຊາຊົນເມືອງ ຮວາລື ຈັດພິທີໄຂງານບຸນຈ່າງອານ ປີ 2022.
ຍສໝ - ທ່ານປະລິນຍາໂທ ລຶວຫາຍເອົາ, ຜູ້ອໍານວຍການສູນຂໍ້ມູນພູມີສາລະສົນເທດ ແລະ ແຜນທີ່ - ສະຖາບັນວິທະຍາສາດວັດແທກທີ່ດິນ ແລະ ແຜນທີ່, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ແລະ ເພື່ອນຮ່ວມງານຂອງເພິ່ນ ໄດ້ຄົ້ນຄ້ວາ ແລະ ຜະລິດອຸປະກອນ UAV-VTOL-VRS (ອຸປະກອນບິນບໍ່ມີຄົນຂັບ, ບິນຂຶ້ນຕາມແນວຕັ້ງ, ຈັບຈຸດພິກັດທີ່ຊັດເຈນ ຕາມເຕັກໂນໂລຊີສະຖານີລະບົບດາວທຽວອ້າງອີງສະເໝືອນ GNSS-VRS).
ຍສໝ - ໃນຂະບວນວິວັດການປັບປຸງ, ຫວຽດນາມ ແລະ ລາວ ໄດ້ບັນລຸບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍສຳຄັນທາງປະຫວັດສາດ, ເສດຖະກິດ, ສັງຄົມ ແລະ ຕ່າງປະເທດ, ຊ່ວຍໃຫ້ການຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງສອງປະເທດຫວຽດນາມ - ລາວ ນັບມື້ນັບເຂັ້ມແຂງ ແລະ ຂະຫຍາຍອອກໄປໃນຫລາຍໆຂົງເຂດ.