ລະຄອນເວທີເຊື່ອມຕໍ່ຊາວຫວຽດນາມ ແລະ ລາວ
ຍສໝ - ການເດີນທາງກວ່າ 2.775 ກິໂລແມັດ, ນັກສິລະປິນ, ພະນັກງານໂຮງລະຄອນຫວຽດນາມ 34 ຄົນ ໄດ້ນຳເອົາສິລະປະລະຄອນເວທີຫວຽດນາມ ໄປຍັງລາວ, ໄດ້ເຜີຍແຜ່ບັນດາຄຸນຄ່າອັນດີງາມໃຫ້ປະຊາຊົນສອງປະເທດ. ນີ້ກໍແມ່ນການເຄື່ອນໄຫວເຊື່ອມຕໍ່ຊາວຫວຽດນາມ ປະຈຳທ້ອງຖິ່ນກັບບ້ານເກີດເມືອງນອນ, ພ້ອມກັນສືບຕໍ່ເສີມສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດໃຫ້ຂຽວສົດງົດງາມຕະຫຼອດໄປ.