ຖະໜົນເມືອງເກົ່າຮ່າໂນ້ຍ ຮຸ່ງເຮືອງເຫຼືອງເຫຼື້ອມດ້ວຍສີສັນພື້ນເມືອງຕ້ອນຮັບບຸນປີໃໝ່ປະຈຳຊາດປີຂານ
ຍສໝ - ໃນຊຸມວັນນີ້, ຖະໜົນຮ່າງມ໊າ ເຕັມໄປດ້ວຍສີແດງ ແລະສີເຫຼືອງ ຈາກໂຄມໄຟ, ຄຳກອນຄູ່ (ປະຕິຄູ່), ຊອງອັງເບົາ, ເຈົ້າພໍ່ຂຸນຄັງ ຫຼືສີຂຽວຂອງເຂົ້າຕົ້ມ... ທຸກສິ່ງທຸກຢ່າງ ສ້າງເປັນພາບທີ່ເຕັມໄປດ້ວຍສີສັນຕ້ອນຮັບປີໃໝ່ປະຈໍາຊາດປີຂານ 2022 ທີ່ໃກ້ຈະວຽນມາແລ້ວ.