ບິ່ງເຟືອກ ເອົາໃຈໃສ່ດຶງດູດແຫຼ່ງກຳລັງຈາກຊາວຫວຽດນາມ ອາໄສຢູ່ຕ່າງປະເທດ
ຍສໝ - ແຕ່ ວັນທີ 30 ມິຖຸນາ ຫາວັນທີ 1 ກໍລະກົດ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊ່າວຫວຽດນາມ ອາໄສຢຸ່ຕ່າງປະເທດ, ພ້ອມກັນກັບການນຳຂອງໜ່ວຍງານທີ່ກ່ຽວຂ້ອງ ຂຶ້ນກັບກະຊວງການຕ່າງປະເທດຈຳນວນໜຶ່ງ ໄດ້ໄປຢ້ຽມຢາມແຂວງ ບິ່ງເຟືອກ, ເຮັດວຽກກ່ຽວກັບວຽກງານການຕ່າງປະເທດຂອງທ້ອງຖິ່ນ, ວຽກງານຂອງຊາວຫວຽດນາມ ຢູ່ຕ່າງປະເທດ ແລະ ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ຢູ່ ກຳປູເຈຍ.