ການດໍາເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຕອນເຊົ້າວັນທີ 30 ຕຸລາ 2020 ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະ ທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພິຈາລະນາຕາມການສະເໜີ ຂອງນາຍົກລັດຖະມົນຕີ ກ່ຽວກັບການຍົກຍ້າຍ ແລະ ການແຕ່ງຕັ້ງ ບຸກຄະລາກອນ ຂັ້ນສູງຂອງລັດ, ໂດຍໄດ້ສະເໜີຍົກຍ້າຍ ທ່ານ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາແລະ ປ່າໄມ້ ໄປຮັບໜ້າທີ່ໃໝ່ ເປັນລັດຖະມົນຕີ ປະຈໍາສໍາງານນາຍົກລັດຖະມົນຕີ.
ຍສໝ - ຮອດປີ 2021, Plan International ຫວຽດນາມ ຈະສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ເດັກຍິງ 2 ລ້ານຄົນໃນປະເທດຫວຽດນາມເພື່ອໄດ້ຮັບການຮຽນຮູ້, ນຳພາ, ຕັດສິນໃຈ ແລະ ພັດທະນາ. ເພື່ອສືບຕໍ່ປະຕິບັດພາລະກິດຂອງຕົນ, Plan International ຫວຽດນາມຕ້ອງການຄວາມຊ່ວຍເຫຼືອ ຈາກ VUFO - PACCOM ໃນການສະໜັບສະໜູນ ໃນ 7 ບັນຫາທີ່ແຕກຕ່າງກັນ.
ການພັດທະນາຊັບພະຍາກອນມະນຸດ, ບຸກຄະລາກອນ ຫລື ການກໍ່ສ້າງບຳລຸງພະນັກ ງານ ແມ່ນມີຄວາມຈຳເປັນ ແລະ ສຳຄັນຫລາຍ ບໍ່ວ່າຈະເປັນພະນັກງານການນຳ, ພະນັກງານຄຸ້ມຄອງ, ພະນັກງານວິຊາການ ລວມທັງ ຊາວຜູ້ອອກ ແຮງງານ ຖ້າບໍ່ໄດ້ຮັບການ ກໍ່ສ້າງບຳລຸງ ແມ່ນນັບມື້ຈະຫລ້າຫລັງ. ສະນັ້ນການພັດທະນາ ແລະ ການກໍ່ສ້າງບຸກຄະລາກອນ ໃນຂະແໜງຕ່າງໆ ຕ້ອງໃຫ້ມີຄວາມເຂັ້ມແຂງ, ສ້າງພະນັກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວໃນໂອກາດເປີດຝຶກອົບຮົມ ແລະ ເຜີຍແຜ່ດຳລັດ ວ່າດ້ວຍການປະເມີນຜົນການຈັດຕັ້ງ ປະຕິບັດວຽກງານຂອງພະນັກງານລັດຖະກອນ ໃນວັນທີ 17 ກໍລະກົດ 2019 ທີ່ ຫໍວັດທະນະທຳ ແຫ່ງຊາດ ນະຄອນຫລວງວຽງຈັນ.