ສືບຕໍ່ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ
ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ໄດ້ກໍານົດແຈ້ງບາດກ້າວເດີນ ທີ່ເປັນບາດລ້ຽວສໍາຄັນ ເພື່ອນໍາພາ ປະເທດຫລຸດພົ້ນອອກຈາກຄວາມ ດ້ອຍພັດທະນາກ້າວຂຶ້ນສູ່ຈຸດໝາຍ ທີ່ກຳນົດໄວ້ ເຊິ່ງເນື້ອໃນ ທີ 1 ລະບຸ ໄວ້ວ່າ: “ການຍົກສູງຄວາມສາມາດນໍາພາ ແລະ ລັກສະນະນໍາໜ້າ ຂອງພັກ ແມ່ນບັນຫາພື້ນຖານສຳ ຄັນທີ່ສຸດໃນການນໍາພາຂອງພັກເຮົາ, ແມ່ນປັດໄຈຕັດສິນ ການກ້າວ ຂຶ້ນຂອງພາລະກິດປະຕິວັດຢູ່ປະ ເທດເຮົາ; ແມ່ນບັນຫາຮີບດ່ວນ ຂອງການ ກໍ່ສ້າງພັກໃນປັດຈຸບັນ”.