ຊາວນາມຈ່າໝິ່ ແຂວງກວາງນາມ  ພາກພູມໃຈທີ່ມີນາມສະກຸນລຸງໂຮ່

ຊາວນາມຈ່າໝິ່ ແຂວງກວາງນາມ ພາກພູມໃຈທີ່ມີນາມສະກຸນລຸງໂຮ່

ຍສໝ - ໂຮ່ວັນນີ, ໂຮ່ວັນຮວນ, ໂຮ່ທິຮວ່າງ, ໂຮ່ວັນໄນ... ບໍ່ວ່າຈະເປັນຍິງ ຫຼື ຊາຍ, ບໍ່ວ່າຈະເປັນຊາວນາ ຫຼື ທະຫານປະຕິວັດ, ບໍ່ວ່າຜູ້ເຖົ້າ ຫຼື ໜຸ່ມ... ກໍ່ລ້ວນແຕ່ຖືນາມສະກຸນ “ໂຮ່” ທີ່ຢູ່ໃນຊື່ຂອງລຸງໂຮ່ຈີມິນ ເປັນນາມສະກຸນຂອງຕົນເອງ. ສຳລັບ​ເຂົາ​ເຈົ້າ​ແລ້ວ, ນັ້ນ​ແມ່ນ​ຄວາມ​ພາກພູມ​ໃຈ ​ແລະ ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຄົາລົບ ​ແລະ ຄວາມ​ຮູ້ບຸນຄຸນຢ່າງສູງ​ຂອງ​ຊາວ​ເຜົ່າ ກໍ, ​ກ່າ​ດ່ອງ, ​ເຊ​ດັງ, ເບີນອງ... ຢູ່​ເຂດນາມຈ່າໝິ່ ​ທີ່​ມີ​ຕໍ່​ລຸງ​ໂຮ່.