ຫວຽດນາມ ເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ ແລະ ມີປະສິດທິຜົນໃນວຽກງານຮ່ວມຂອງສະຫະປະຊາຊາດ
ຍສໝ - ເຂົ້າຮ່ວມກອງປະຊຸມປຶກສາຫາລືລະດັບສູງຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 78 ແລະ ບັນດາການເຄື່ອນໄຫວອື່ນໆທີ່ກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະສົ່ງສານຢ່າງແຮງຂອງຫວຽດນາມ ໄປຍັງປະຊາຄົມໂລກກ່ຽວກັບຫວຽດນາມ ທີ່ຮັກແພງຄວາມສັນຕິພາບ, ມີຄວາມຮັບຜິດຊອບ, ເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ ແລະ ມີປະສິດທິຜົນໃນວຽກງານຮ່ວມຂອງສະຫະປະຊາຊາດ ໃນການຮັບມືກັບສິ່ງທ້າທາຍທົ່ວໂລກ.