ຍສໝ - ພາຍໃຕ້ຂອບເຂດແຫ່ງຖ້ຽວຢ້ຽມຢາມ ຟີລິບປິນ ຢ່າງເປັນທາງການໃນລະດັບລັດ, ໃນຕອນບ່າຍຂອງມື້ວັນທີ 31 ພຶດສະພາ, ຢູ່ທີ່ນະຄອນຫຼວງ ມານີລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີວາລະການພົບປະສັງສັນຮ່ວມກັບ ພະນັກງານ, ເຈົ້າໜ້າທີ່ສະຖານເອກອັກຄະລັດຖະທູດ ແລະ ຕາງໜ້າຊຸມຊົນ, ວິສາຫະກິດ, ຊ່ຽວຊານຊາວຫວຽດນາມ ທີ່ພວມອາໄສຢູ່ພາຍໃນປະເທດ ຟີລິບປິນ.
ຍສໝ - ບໍ່ວ່າຈະຢູ່ໃສ, ຊາວຫວຽດນາມຢູ່ຕ່າງປະເທດຍາມໃດກໍຫັນມາສູ່ບ້ານເກີດເມືອງ. ຕະຫຼອດປະຫວັດສາດ, ຊາວຫວຽດນາມຢູ່ຕ່າງປະເທດຢູ່ທົ່ວທຸກແຫ່ງລ້ວນແຕ່ພ້ອມກັບປະເທດ ແລະ ປະຊາຊົນ. ພິເສດ, ເມື່ອໄດ້ຮັບຟັງການແບ່ງປັນຂອງການນຳພັກ, ລັດ ກ່ຽວກັບຄວາມຄາດໝາຍຂອງຍຸກໃໝ່, ຍຸກແຫ່ງການເຕີບໂຕຂອງປະເທດຊາດ, ຊາວຫວຽດນາມຢູ່ຕ່າງປະເທດກໍ່ມີຄວາມກະຕືລືລົ້ນຮ່ວມມື, ປະກອບສ່ວນສ້າງສາບ້ານເກີດເມືອງນອນ ແລະ ປະເທດຊາດນັບມື້ນັບຈະເລີນຮຸ່ງເຮືອງ. ການປັບປຸງກົດໝາຍວ່າດ້ວຍສັນຊາດນີ້ແມ່ນບາດກ້າວທີ່ສຳຄັນເພື່ອ “ຮັດແໜ້ນ” ສະພາບກົດໝາຍ, ເພື່ອໃຫ້ຊາວຫວຽດນາມ ບໍ່ວ່າຢູ່ພາຍໃນປະເທດ ຫຼື ດຳລົງຊີວິດ ແລະ ເຮັດວຽກຢູ່ຕ່າງປະເທດສາມາດສົມທົບກັນປະກອບສ່ວນ, ສາມັກຄີ, ສົມທົບກັນຢ່າງແໜ້ນແຟ້ນເພື່ອນຳບ້ານເກີດເມືອງນອນ-ປະເທດກ້າວເຂົ້າສູ່ຍຸກແຫ່ງການເຕີບໃຫຍ່ຂະຫຍາຍຕົວ.
ຍສໝ - ຕອນເຊົ້າວັນທີ 21 ຕຸລາ ຢູ່ຮ່າໂນ້ຍ, ກ່າວຄຳປາໄສທີ່ໄຂກອງປະຊຸມສະໄໝສາມັນ ເທື່ອທີ 8, ສະພາແຫ່ງຊາດ ຊຸດທີ 15, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີ່ນແທັງເໝີນ ຢືນຢັນວ່າ ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນ, ສະພາແຫ່ງຊາດຈະປຶກສາຫາລື ແລະ ຕັດສິນຫຼາຍບັນຫາເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງກ່ຽວກັບລະບອບລະບຽບການ, ນະໂຍບາຍ... ຢ່າງທັນການ.
ຍສໝ - ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ດືກເຝີກ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືປະຊາຊົນເປັນໃຈກາງໃນທຸກນະໂຍບາຍ ແລະການກະທຳ, ພະຍາຍາມສູ້ຊົນເພື່ອໃຫ້ບັນດາຜົນສຳເລັດທາງເສດຖະກິດນຳມາເຊິ່ງການຫັນປ່ຽນທີ່ຕັ້ງໜ້າຕໍ່ການພັດທະນາ ແລະຄວາມຍຸຕິທໍາສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ພັດທະນາໄປຕາມທິດທາງສີຂຽວກວ່າ ແລະ ຍືນຍົງກວ່າ.
ກອງປະຊຸມສຳມະນາໄດ້ສະໜອງໂດຍສັງເຂບກ່ຽວກັບການກຳນົດຮູບແບບການຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝຮອດປີ 2030, ວິໄສທັດຮອດປີ 2045
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຢືນຢັນວ່າ ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມດັ່ງກ່າວ ແລະ ປາດຖະໜາຢາກເຂົ້າຮ່ວມເພື່ອປະກອບສ່ວນຜັນຂະຫຍາຍບັນດາຂໍ້ສະເໜີລະອຽດໃຫ້ເລິກເຊິ່ງກວ່າ.
ຫວຽດນາມ ພວມສະແດງໃຫ້ເຫັນຄວາມມານະພະຍາຍາມຢ່າງໃຫຍ່ຫຼວງໃນການຊຸກຍູ້ວິວັດທະນາການຟື້ນຟູເສດຖະກິດມະຫາພາກ ແລະ ຈຸລະພາກ.
UNFPA ພ້ອມແລ້ວທີ່ ຈະໜູນຊ່ວຍບັນດາກົມກອງທີ່ກ່ຽວຂ້ອງໃນການສ້າງແຜນການ, ຜັນຂະຫຍາຍ, ຕິດຕາມກວດກາ ແລະຕີລາຄາການນໍາໃຊ້ດັດຊະນີພັດທະນາຊາວໜຸ່ມແຫ່ງຊາດ.
ຍສໝ - ວັນທີ 18 ຕຸລາ, ທີ່ຖານຂໍ້ມູນຂ່າວສານເອເລັກໂຕນິກລັດຖະບານ ໄດ້ຈັດກອງປະຊຸມໂອ້ລົມເຈລະຈາ “ມະຕິ 128 - ມຸ່ງໄປສູ່ສະພາບການປົກກະຕິໃໝ່” ດ້ວຍການເຂົ້າຮ່ວມຂອງແຂກຖືກເຊີນທີ່ເປັນການນຳຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາຊ່ຽວຊານເພື່ອໄຈ້ແຍກ, ວິເຄາະ, ປະກອບຄຳເຫັນຊີ້ແຈ້ງບັນດາຂໍ້ມູນຂ່າວສານ, ເນື້ອໃນສະເພາະທີ່ກ່ຽວຂ້ອງເຖິງມະຕິສະບັບນີ້.
ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄືວັນທີ 27 ກໍລະກົດ ແລະ 60 ປີແຫ່ງວັນໄພພິບັດ ສີສົ້ມຫວຽດນາມ, ໃນຕອນບ່າຍວັນທີ 21 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກໄດ້ເຮັກວຽກກັບຜູ້ຕາງໜ້າສະມາຄົມຊ່ວຍໜູນຄອບຄົວ ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ສະມາຄົມຜູ້ປະສົບເຄາະຮ້າຍຈາກສານພິດສີສົ້ມ/ດີໂອຊິນຫວຽດນາມ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫາກໍ່ປະກາດໃຊ້ອອກຄຳສັ່ງ ກ່ຽວກັບການຮັບປະກັນວຽກເຮັດງານທຳທີ່ໝັ້ນຄົງ, ຍົກສູງຊີວິດການເປັນຢູ່ ແລະ ປັບປຸງເງື່ອນໄຂການເຮັດວຽກໃຫ້ຄົນງານ.
ຍສໝ - ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ປັບປຸງລະບົບນະໂຍບາຍ, ກົດໝາຍ ແລະຜັນຂະຫຍາຍຫຼາຍມາດຕະການລະອຽດຢ່າງບໍ່ຢຸດຢັ້ງເພື່ອຮັບປະກັນສິດທິມະນຸດ, ສິດທິຜົນລະເຮືອນໃຫ້ດີກວ່າ ແລະຕັ້ງໜ້າເຂົ້າຮ່ວມການຮ່ວມມືສາກົນກ່ຽວກັບສິດທິມະນຸດ.
ຍສໝ - ຫວຽດນາມປະກາດ ປຶ້ມປົກຂາວປ້ອງກັນຊາດຫວຽດນາມປີ 2019 ເພື່ອແນໃສ່ສືບຕໍ່ຢັ້ງຢືນ ແລະ ເຮັດແຈ້ງລັກສະນະພື້ນຖານຂອງການປ້ອງກັນຊາດຫວຽດນາມ ແມ່ນສັນຕິພາບ, ແລະ ປ້ອງກັນຕົວ.
ຍສໝ - ຕອນບ່າຍວັນທີ 19 ສິງຫາ, ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງພັກ ໄດ້ໃຫ້ການຕ້ອນຮັບທ່ານ Francois Painchaud, ຫົວໜ້າຜູ້ຕາງໜ້າຂອງກອງທຶນສາກົນ (IMF) ປະຈໍາ ຫວຽດນາມ.
ຍສໝ - ຜູ້ຕາງຫນ້າຂອງຂະແຫນງກະສິກໍາ 4 ປະເທດ: ກໍາປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ ໄດ້ລົງນາມໃນການຮ່ວມມືເພື່ອປະຕິບັດໂຄງການຄົ້ນຄວ້າ ແລະ ແນະນຳກ່ຽວກັບ ນະໂຍບາຍດ້ານກະສິກໍາໃຫ້ແກ່ ບັນດາປະເທດໃນເຂດລຸ່ມແມ່ນ້ໍາຂອງ
ຍສໝ - ການປຶກສາຫາລືຫວ່າງແລ້ວນີ້ລະຫວ່າງບັນດາເຈົ້າໜ້າທີ່ຈາກລັດຖະບານກໍາປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ຢູ່ບາງກອກ ປະເທດ ໄທ ທີ່ ປິ່ນອ້ອມກອບນະໂຍບາຍແຫ່ງຊາດ ແລະ ປະຈຸບັນສໍາລັບເຂດດິນຖືກນ້ຳຖ້ວມໄດ້ສະໜອງພື້ນຖານ ເພື່ອສ້າງນະໂຍບາຍຕ່າງໆສຳລັບດິນຖືກນ້ຳຖ້ວມຢູ່ເຂດຕອນລຸ່ມແມ່ນໍ້າຂອງ ໃຫ້ມີປະສິດທິຜົນ.
ຍສໝ-ລັດຖະບານໄດ້ອອກດໍາລັດເລກທີ 13/2019 / ND-CP ກ່ຽວກັບວິສາຫະກິດວິທະຍາສາດ ແລະ ເຕັກໂນໂລຢີ, ໃນນັ້ນມີນະໂຍບາຍບູລິມະສິດຕ່າງໆສໍາລັບວິສາຫະກິດວິທະຍາສາດ ແລະ ເຕັກໂນໂລຢີເປັນຕົ້ນ: ຍົກເວັ້ນ ແລະ ຫຼຸດຜ່ອນອາກອນລາຍໄດ້ຂອງວິສາຫະກິດ; ຍົກເວັ້ນ ແລະ ຫຼຸດຜ່ອນຄ່າເຊົ່າທີ່ດິນ ແລະ ນ້ໍາ; ນະໂຍບາຍບູລິມະສິດໃນການການປ່ອຍສິນເຊື່ອ;...
ອາທິດທີ່ຜ່ານມາ, ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະໄດ້ສືບຕໍ່ເຂົ້າກອງປະຊຸມໂຕະມົນບັນດາຜູ້ນຳ ວ່າດ້ວຍການຮ່ວມມືສາກົນໜຶ່ງແລວ ໜຶ່ງເສັ້ນທາງ ໃນຫົວຂໍ້ “ເພີ່ມທະວີການເຊື່ອມສານດ້ານນະໂຍບາຍ ແລະ ການຮັດແໜ້ນການເປັນຄູ່ຮ່ວມມືທີ່ໃກ້ຊິດ”.