ຫວ່າງແລ້ວນີ້, ທີ່ນະຄອນຫລວງວຽງຈັນ, ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມ ວຽກງານຄຸ້ມຄອງ ໄພພິບັດທົ່ວປະເທດ ປະຈໍາປີ 2020 ເພື່ອຮັບຟັງການສະເໜີ ບົດສະຫລຸບ ການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງໄພພິບັດ ໄລຍະ 5 ປີ ຜ່ານມາ (2016-2020) ແລະ ທິດທາງແຜນການ 5 ປີ (2021-2025) ລວມທັງແຜນວຽກຈຸດສຸມ ແລະ ການກຽມຄວາມພ້ອມ ຕອບໂຕ້ໄພພິບັດ ປີ 2021.
ນັບແຕ່ວັນທີ 26 ທັນວາ 2020 ຫາ 10 ມັງກອນ 2021(20 ວັນ)ລາວພົບຜູ້ຕິດເຊື້ອໄຂ້ຍຸງລາຍ ທັງໝົດ 36 ຄົນໃນ 10 ແຂວງ ໃນນັ້ນ, ນະຄອນຫລວງວຽງຈັນ ພົບຜູ້ຕິດເຊື້ອໄຂ້ຍຸງລາຍຫລາຍກວ່າໝູ່ ໃນຂອບເຂດທົ່ວປະເທດ ຈຳນວນ 13 ຄົນ, ອັດຕະປື 6 ຄົນ, ເຊກອງ 5 ຄົນ, ຫລວງພະບາງ 5 ຄົນ, ສະຫວັນນະເຂດ 2 ຄົນ, ຄຳມ່ວນ, ວຽງຈັນ, ຫລວງນ້ຳທາ, ສາລະວັນ ແລະ ອຸດົມໄຊ ແຂວງລະ 1 ຄົນ.
ໃນວັນທີ 20 ທັນວາ 2020 ນີ້, ຢູ່ສະຖານີເກັບເງິນ ນະຄອນຫລວງວຽງຈັນ ໄດ້ມີພິທີເປີດນຳໃຊ້ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ເຊິ່ງເປັນໄລຍະທີ 1 ຂອງທາງດ່ວນນະຄອນຫລວງວຽງຈັນ ຫາ ດ່ານຊາຍແດນບໍ່ເຕັນ-ບໍ່ຫານ ຢ່າງເປັນທາງການ.
ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນສະເໜີ ແຜນຜັງລວມຕົວເມືອງ ນະຄອນຫລວງວຽງຈັນ ສະບັບທີ 3 ພາຍຫລັງສຶກສາ ຄົ້ນຄວ້າ ມາເປັນເວລາເກືອບ 9 ເດືອນ ໃຫ້ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ເພື່ອປະກອບຄຳເຫັນ ແລະ ພິຈາລະນາຮັບຮອງ, ທັງນີ້ ກໍເພື່ອເປັນການຮອງຮັບຕໍ່ ສະພາບການ ຂະຫຍາຍຕົວຢ່າງວ່ອງໄວ ແລະ ຕໍ່ເນື່ອງ ທາງດ້ານເສດຖະກິດ-ສັງຄົມ, ການເພີ່ມຂຶ້ນຂອງປະຊາກອນ ແລະ ຄວາມຮຽກຮ້ອງຕ້ອງການ ຂອງການນຳ ໃຊ້ທີ່ດິນ ເພື່ອການພັດທະນາ.
ບໍລິສັດ ການຢານ ກຣຸບ ເຊັນສັນຍາກັບ ບໍລິສັດ ເວວ ແອນເອໂບ ໃນວັນທີ 20 ມັງ ກອນ 2020 ໂດຍການຮ່ວມລົງນາມ ລະວ່າງ ທ່ານ ແອຣອນ ອື ຜູ້ອຳນວຍການບໍລິສັດ ການຢານ ກຣຸບ ແລະ ທ່ານ ເຣມ້ອນ ວ່ອງ ກໍາມະການຜູ້ອໍານວຍການຂອງ ບໍລິສັດ ເວວ ແອນ ເອໂບ ທັງນີ້ກໍເພື່ອຮ່ວມມືກໍ່ສ້າງ ແລະ ພັດທະນາໂຄງການໂມເດີນ ລິບວິ້ງ ຂອງ ການຢານ (Modern Living @ kanyan) ເຊິ່ງໂຄງການນີ້ແມ່ນໜຶ່ງ ໃນໂຄງການສ້າງທີ່ພັກອາໄສ ທີ່ສະດວກສະບາຍ ໃນລາຄາປະຢັດຢູ່ ສປປ ລາວ ໂດຍມີເປົ້າໝາຍເພື່ອຫລຸດຜ່ອນ ການຂາດແຄນດ້ານທີ່ຢູ່ອາໃສ່ ຂອງປະຊາກອນລາວ.
ໃນວັນທີ 03 ພຶດສະພາ 2019, ທີ່ ສະຖານເອກອັກ ຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ສະຫາຍທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ການນຳຂັ້ນສູງຂອງ ສປປ ລາວ ຕາງໜ້າພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ສູນກາງ ແນວລາວສ້າງຊາດ ໄດ້ເຂົ້າຮ່ວມພິທີ ວາງພວງມາລາ ແລະ ຂຽນປຶ້ມ ໄຫວ້ອາໄລ ຕໍ່ການເສຍຊີວິດ ຂອງສະຫາຍ ເລ ດຶກ ແອັງ, ອະດີດ ກຳມະການກົມການເມືອງ ສູນກາງພັກ ກອມມູນິດຫວຽດນາມ ສະໄໝທີ V, VI, VII ແລະ VIII; ອະດີດເລຂາທິການ ສູນກາງພັກ ສະໄໝທີ VII, ອະດີດ ສະມາຊິກ ສະພາແຫ່ງຊາດ ສະໄໝທີ VI, VII, VIII ແລະ IX, ອະດີດ ປະທານປະເທດ ແຫ່ງ ສສຫວຽດນາມ ດັ່ງມີເນື້ອໃນລະອຽດລຸ່ມນີ້
ສັບປະດາວຽງຈັນສະອາດໄດ້ເລີ່ມປະຕິບັດ ມາແຕ່ປີ 2018 ແລ້ວ ໂດຍປະຕິບັດຕາມມະຕິກອງປະຊຸມປະຈຳເດືອນ ມີນາ 2018 ຂອງອົງການປົກຄອງນະຄອນຫລວງວຽງຈັນ ໂດຍເປັນເອກະພາບຈັດຕັ້ງ ປະຕິບັດທົ່ວນະຄອນຫລວງວຽງຈັນ ຫລື ເອີ້ນຊື່ເຕັມວ່າ “ ສັບປະດາ ວຽງຈັນ ສະອາດ”.