ສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ຝຣັ່ງ ຢູ່ທີ່ນະຄອນ ໂຮ່ຈີມິນ

ສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ຝຣັ່ງ ຢູ່ທີ່ນະຄອນ ໂຮ່ຈີມິນ

ຍສໝ - ວັນທີ 7/7/2026, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ, ສະມາຄົມມິດຕະພາບ ຫວຽດນາມ - ຝຣັ່ງ ນະຄອນ ໂຮ່ຈີມິນ ແລະ ສະຖາບັນແລກປ່ຽນວັດທະນະທຳກັບຝຣັ່ງ (IDECAF) ໄດ້ປະສານງານກັນຈັດຕັ້ງ ແຜນງານສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ຝຣັ່ງ ແລະ ພິທີເປີດງານວາງສະແດງ “ການແລກປ່ຽນສິລະປະ ຫວຽດນາມ - ຝຣັ່ງ 2026”.

ນະຄອນ ໂຮ່ຈີມິນ ສ້າງລາຍຮັບໄດ້ 8.700 ຕື້ດົ່ງ ຈາກການທ່ອງທ່ຽວ ໃນໂອກາດວັນພັກບຸນໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແລະ ວັນທີ 30 ເມສາ - 1 ພຶດສະພາ

ນະຄອນ ໂຮ່ຈີມິນ ສ້າງລາຍຮັບໄດ້ 8.700 ຕື້ດົ່ງ ຈາກການທ່ອງທ່ຽວ ໃນໂອກາດວັນພັກບຸນໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແລະ ວັນທີ 30 ເມສາ - 1 ພຶດສະພາ

ຍສໝ - ໃນໂອກາດວັນພັກບຸນໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ, ວັນທີ 30 ເມສາ ແລະ 1 ພຶດສະພາປີນີ້, ການເຄື່ອນໄຫວທ່ອງທ່ຽວຢູ່ ນະຄອນ ໂຮ່ຈີມິນ ໄດ້ດຳເນີນໄປຢ່າງຄຶກຄື້ນ, ບັນທຶກໃຫ້ເຫັນການຟື້ນຕົວຢ່າງຕັ້ງໜ້າ ແລະ ມີການເຕີບໂຕພໍສົມຄວນເມື່ອທຽບໃສ່ໄລຍະດຽວກັນ. ໃນໄລຍະ 9 ວັນ, ນັບແຕ່ວັນທີ 25 ເມສາ ຫາທ້າຍວັນທີ 3 ພຶດສະພາ, ນັກທ່ອງທ່ຽວສາກົນທີ່ມາ ນະຄອນ ຄາດວ່າບັນລຸ 190.000 ເທື່ອຄົນ; ນັກທ່ອງທ່ຽວພາຍໃນປະເທດມີປະມານ 1,5 ລ້ານເທື່ອຄົນ. ຍອດລາຍຮັບຈາກການທ່ອງທ່ຽວ ຄາດວ່າບັນລຸ 8.700 ຕື້ດົ່ງ.

ປື້ມບັນທຶກການຂຸດຄົ້ນສັດນ້ຳແບບເອເລັກໂຕຣນິກ: ບາດກ້າວບຸກທະລຸໃນການຫັນເປັນທັນສະໄໝຂະແໜງການປະມົງ ຢູ່ ນະຄອນ ໂຮ່ຈີມິນ

ປື້ມບັນທຶກການຂຸດຄົ້ນສັດນ້ຳແບບເອເລັກໂຕຣນິກ: ບາດກ້າວບຸກທະລຸໃນການຫັນເປັນທັນສະໄໝຂະແໜງການປະມົງ ຢູ່ ນະຄອນ ໂຮ່ຈີມິນ

ຍສໝ - ພາຍຫຼັງການຈັດຕັ້ງປະຕິບັດທົດລອງເປັນເວລາ 3 ປີກວ່າ, ການນຳໃຊ້ປື້ມບັນທຶກການຂຸດຄົ້ນສັດນ້ຳແບບເອເລັກໂຕຣນິກ ຢູ່ເທິງກຳປັ່ນຫາປາທາງໄກ ຢູ່ ນະຄອນ ໂຮ່ຈີມິນ ແມ່ນພວມຄ່ອຍໆສ້າງປະສິດທິຜົນໃຫ້ເຫັນຢ່າງຈະແຈ້ງ, ປະກອບສ່ວນເຂົ້າໃນການຫັນເປັນທັນສະໄໝວຽກງານຄຸ້ມຄອງຂະແໜງການປະມົງ, ຍົກສູງຄວາມໂປ່ງໃສຂອງຂໍ້ມູນ ແລະ ກວດກາການເຄື່ອນໄຫວຂຸດຄົ້ນຕາມລະບຽບການທີ່ວາງອອກ.

ນະຄອນ ໂຮ່ຈີມິນ - Hyogo (ຍີ່ປຸ່ນ) ຊຸກຍູ້ການຮ່ວມມືຫັນເປັນສີຂຽວ ແລະ ດີຈີຕອນ

ນະຄອນ ໂຮ່ຈີມິນ - Hyogo (ຍີ່ປຸ່ນ) ຊຸກຍູ້ການຮ່ວມມືຫັນເປັນສີຂຽວ ແລະ ດີຈີຕອນ

ຍສໝ - ຊຸກຍູ້ການຮ່ວມມືຫັນເປັນສີຂຽວ ແລະ ດິຈິຕອນ ເພື່ອເປົ້າໝາຍພັດທະນາແບບຍືນຍົງ ແມ່ນຫົວຂໍ້ຫຼັກຂອງເວທີປາໄສເສດຖະກິດນະຄອນ ໂຮ່ຈີມິນ - ແຂວງ Hyogo (ຍີ່ປຸ່ນ) ຄັ້ງທີ 7 ປີ 2025. ເຫດການໂດຍສູນສົ່ງເສີມການຄ້າ ແລະ ການລົງທຶນ ນະຄອນ ໂຮ່ຈີມິນ (ITPC) ສົມທົບກັບລັດຖະບານແຂວງ Hyogo ຢູ່ນະຄອນ ໂຮ່ຈີມິນ ຈັດຕັ້ງໃນຕອນບ່າຍວັນທີ 5 ສິງຫາ.

ນະຄອນ ໂຮ່ຈີມິນ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງອີຕາລີ.

ນະຄອນ ໂຮ່ຈີມິນ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງອີຕາລີ.

ຍສໝ​ - ນະຄອນ ໂຮ່ຈີມິນ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືກັບບັນດານະຄອນຂອງອີຕາລີຄື Torino, Genoa ແລະ Milan ໃນບັນດາຂົງເຂດທ່ອງທ່ຽວ, ອະນຸລັກຮັກສາມໍລະດົກ, ການພັດທະນາທ່າເຮືອ, ການຜະລິດພະລັງງານທົດແທນ, ພັດທະນາພື້ນຖານໂຄງລ່າງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ນະຄອນ ​ໂຮ່ຈິ​ມິນ ສ້າງ “ໂອກາດ​ທອງ” ​ໃຫ້​ບັນດາ​ວິ​ສາ​ຫະກິດ ອິດສະຣາ​ແອນ ລົງທຶນ, ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ

ນະຄອນ ​ໂຮ່ຈິ​ມິນ ສ້າງ “ໂອກາດ​ທອງ” ​ໃຫ້​ບັນດາ​ວິ​ສາ​ຫະກິດ ອິດສະຣາ​ແອນ ລົງທຶນ, ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ

ຍສໝ - ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ ໂຮ່ຈິ​ມິນ ຫງວຽນ​ວັນ​ຢຸງ ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 76 ປີ​ແຫ່ງ​ວັນ​ເອກະລາດ​ແຫ່ງ​ຊາດ ອິດສະຣາ​ແອນ (14 ພຶດສະພາ 1948 – 14 ພຶດສະພາ 2024) ໂດຍສະຖານທຸດ ອິດສະຣາ​ແອນ ປະຈຳ ຫວຽດນາມ ຈັດຕັ້ງຢູ່​ນະຄອນ ​ໂຮ່ຈິ​ມິນ ໃນ​ຕອນ​ຄ່ຳ​ວັນ​ທີ 18 ມິຖຸນາ​.

ກຳປັ່ນເຊື່ອມ​ຕໍ່​ນ້ຳໃຈມິດຕະພາບ​ຊາວ​ໜຸ່ມ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ - ຍີ່ປຸ່ນ ເດີນທາງໄປຮອດນະຄອນ ​ໂຮ່ຈີ​ມິນ

ກຳປັ່ນເຊື່ອມ​ຕໍ່​ນ້ຳໃຈມິດຕະພາບ​ຊາວ​ໜຸ່ມ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ - ຍີ່ປຸ່ນ ເດີນທາງໄປຮອດນະຄອນ ​ໂຮ່ຈີ​ມິນ

ຍສໝ -​ "ສະບາຍດີຫວຽດນາມ!" - ຄຳທັກທາຍ​​ຢ່າງ​ກະຕືລືລົ້ນ​ຈາກ​ຜູ້​ແທນ​ຊາວ​ໜຸ່ມ 168 ຄົນ​ທີ່​ມາ​ຈາກ​ປະ​ເທດ ​ອາ​ຊຽນ ​ແລະ ຍີ່​ປຸ່ນ ​ໃນ​ທັນທີ​ທີ່​ເຂົາ​ເຈົ້າ​ໄດ້ຢຽບດິນຕໍ່ແຜ່ນ ໂດຍການ​ເດີນລົງຈາກດາດຟ້າກຳປັ່ນ Nippon Maru - ກຳປັ່ນທີ່​ເປັນ​ສັນຍາ​ລັກ​ຂອງ​ໂຄງການ​ກຳປັ່ນຊາວ​ໜຸ່ມອາຊີຕາເວັນອອກສ່ຽງໃຕ້. ຢູ່​ທີ່​ນີ້, ຜູ້​ແທນ 168 ຄົນ​ໄດ້​ເປີດສາກບັນດາການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ຊາວ​ໜຸ່ມ​ບັນດາ​ປະ​ເທດ​ຢ່າງ​ເປັນ​ທາງ​ການ​ ໃນ​ຊຸມ​ມື້​ຈະ​ມາ​ເຖິງ​ຢູ່​ນະຄອນ ​ໂຮ່ຈີ​ມິນ.

ນະຄອນ​ໂຮ່ຈິ​ມິນ: ສ້າງເປັນທ່າຮົບດ້ານການ​ທູດປະ​ຊາ​ຊົນອັນ​ສັງລວມ, ຮອບດ້ານ

ນະຄອນ​ໂຮ່ຈິ​ມິນ: ສ້າງເປັນທ່າຮົບດ້ານການ​ທູດປະ​ຊາ​ຊົນອັນ​ສັງລວມ, ຮອບດ້ານ

ຍສໝ - ຕອນ​ເຊົ້າ​ວັນ​ທີ 31 ຕຸລາ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນະຄອນ​ໂຮ່ຈິ​ມິນ ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ລົງ​ນາມ​ໃນ​ໂຄງການ​ສົມທົບ​ກັນວຽກງານ​ການທູດປະຊາຊົນ ແລະ ວຽກງານຂອງຊາວ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ​ ໄລຍະ 2024-2029.

ຈຸດນັດ​ພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ ຢູ່​ນະຄອນ ​ໂຮ່ຈີ​ມິນ.

ຈຸດນັດ​ພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ ຢູ່​ນະຄອນ ​ໂຮ່ຈີ​ມິນ.

ຍສໝ - ວັນທີ 8 ມິຖຸນາ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງ​ເປີດສະຫຼອງກິດຈະກຳ ໄລຍະທີ 1 “ພື້ນທີ່ວັດທະນະທຳ ໂຮ່ຈີມິນ - ຈຸດນັດ​ພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ” ຢູ່ເຮືອນເລກທີ 147 ຫງວຽນດີງຈ໋ຽວ (ເມືອງ 3, ນະຄອນ ໂຮ່ຈີມິນ). ສະຖານທີ່ແຫ່ງນີ້ ໄດ້ຄາດວ່າຈະສ້າງກາລະໂອກາດໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດມີຄວາມສະໜິດຕິດພັນ, ພົວພັນ ແລະ ຮ່ວມມືເຊິ່ງກັນ ແລະ ກັນ ເພື່ອສ້າງເປັນເຄືອຂ່າຍນັກປັນຍາຊົນ, ນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ປະກອບສ່ວນເສີມຂະຫຍາຍແຫຼ່ງຊັບພະຍາກອນຂອງຊາວຫວຽດນາມ ຢູ່ຕ່າງປະເທດທີ່ປະກອບສ່ວນໃຫ້ນະຄອນ.

ນະຄອນ​ໂຮ່ຈິ​ມິນ: ​ເປີດ​ຕົວສາຂາສະມາຄົມມິດຕະພາບ​ຫວຽດນາມ - ກຳປູ​ເຈຍ ຢູ່​ເມືອງ ​ບິ່ງ​ແຈ໋ງ

ນະຄອນ​ໂຮ່ຈິ​ມິນ: ​ເປີດ​ຕົວສາຂາສະມາຄົມມິດຕະພາບ​ຫວຽດນາມ - ກຳປູ​ເຈຍ ຢູ່​ເມືອງ ​ບິ່ງ​ແຈ໋ງ

ຍສໝ - ຕອນ​ບ່າຍ​ວັນ​ທີ 5 ຕຸລາ, ສາຂາສະມາຄົມມິດຕະພາບ​ຫວຽດນາມ - ກຳປູ​ເຈຍ ຢູ່​ເມືອງ ​ບິ່ງ​ແຈ໋ງ ​ໄດ້​ປະກາດ​ຂໍ້ຕົກລົງວ່າດ້ວຍການ​ສ້າງ​ຕັ້ງ ​ແລະ ຈັດຕັ້ງ​ພິທີ​ເປີດ​ຕົວ.

​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ສ.​ເກົາຫຼີ

​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ສ.​ເກົາຫຼີ

ຍສໝ - 2 ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບວຽກງານການ​ທູດ​ປະຊາຊົນ ​ແລະ ບົດບາດ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ການ​ເຊື່ອມ​ຕໍ່​ນະຄອນ ​ໂຮ່ຈີ​ມິນ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ສ.​ເກົາຫຼີ.

ນະຄອນ ໂຮ່ຈິມິນ: ຄົນເຈັບທີ່ທຸກຍາກ, ຄົນເຈັບເປົ້າໝາຍນະໂຍບາຍຫຼາຍຄົນ ໄດ້ຮັບການໜູນຊ່ວຍການຜ່າຕັດໂດຍບໍ່ເສຍຄ່າ

ນະຄອນ ໂຮ່ຈິມິນ: ຄົນເຈັບທີ່ທຸກຍາກ, ຄົນເຈັບເປົ້າໝາຍນະໂຍບາຍຫຼາຍຄົນ ໄດ້ຮັບການໜູນຊ່ວຍການຜ່າຕັດໂດຍບໍ່ເສຍຄ່າ

ຍສໝ - ວັນ​ທີ 19 ມັງກອນ, ໂຮງໝໍທະຫານ 175 ໃຫ້​ຮູ້​ວ່າ ສູນກະດູກ ແລະ ຂໍ້ - ໂຮງໝໍທະຫານ 175 ໄດ້ສົມທົບ​ກັບອົງການຈັດຕັ້ງ Operation Walk Chicago (OWC) ​ເພື່ອ​ຜັນ​ຂະຫຍາຍ​ການ​ຜ່າຕັດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ບັນດາ​ຄົນ​ເຈັບ​ທີ່​ທຸກ​ຍາກ, ຄົນເຈັບເປົ້າໝາຍນະໂຍບາຍທີ່ມີພະຍາດກ່ຽວກັບສະໂພກ, ມີການບົ່ງມະຕິປ່ຽນຂໍ້ກະດູກ.

ບັນດາອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດເຊື່ອມຕໍ່ແຫຼ່ງຊັບພະຍາກອນໜູນຊ່ວຍການພັດທະນານະຄອນ ໂຮ່ຈິມິນ

ບັນດາອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດເຊື່ອມຕໍ່ແຫຼ່ງຊັບພະຍາກອນໜູນຊ່ວຍການພັດທະນານະຄອນ ໂຮ່ຈິມິນ

ຍສໝ - ວັນທີ 25 ມັງກອນ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫວໍວັນຮວ່ານ ໄດ້ເປັນປະທານກອງປະຊຸມເຮັດວຽກກັບຫົວໜ້າຄະນະອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ເພື່ອຮັບໜ້າທີ່ໃນປີ 2024. ທ່ານຫວັງວ່າ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຈະສືບຕໍ່ເຊື່ອມຕໍ່ບັນດາແຫຼ່ງຊັບພະຍາກອນໜູນ​ຊ່ວຍ​ການ​ພັດທະນາ​ໃຫ້​ນະຄອນ ​ໂຮ່ຈີ​ມິນ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຈຳນວນເງິນຕາຕ່າງປະເທດສົ່ງມານະຄອນ ໂຮ່ຈີມິນ ສູງທີ່ສຸດໃນຮອບເວລາ 10 ປີມໍ່ໆມານີ້

ຈຳນວນເງິນຕາຕ່າງປະເທດສົ່ງມານະຄອນ ໂຮ່ຈີມິນ ສູງທີ່ສຸດໃນຮອບເວລາ 10 ປີມໍ່ໆມານີ້

ຍສໝ - ​ເຖິງ​ວ່າ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກໍ່ຕາມ, ​ແຕ່​ຍອດ​ຈຳນວນ​ເງິນ​ໂອນ​ໄປ​ນະຄອນ​ໂຮ່ຈິ​ມິນ​ໃນ​ປີ 2023 ຍັງ​ຄົງ​ຮັກສາ​ລະດັບ​ເຕີບ​ໂຕ​ທີ່​ດີ, ບັນລຸ​ເກືອບ 9,5 ຕື້ USD. ​ໃນ​ນັ້ນ, ປະລິມານ​ການ​ໂອນ​ເງິນ​ຈາກ​ອາຊີ​ກວມ​ອັດຕາ​ສ່ວນ​ສູງ​ທີ່​ສຸດ, ​ເຖິງ 50,5% ​ແລະ ​ເພີ່ມ​ຂຶ້ນ 143,8% ​ເມື່ອ​ທຽບ​ໃສ່​ທ້າຍ​ປີ 2022.

ນະຄອນ ໂຮ່ຈີມິນ ແລະ ແຂວງ Hyogo (ຍີ່ປຸ່ນ) ເພີ່ມທະວີການພົວພັນຮ່ວມມື

ນະຄອນ ໂຮ່ຈີມິນ ແລະ ແຂວງ Hyogo (ຍີ່ປຸ່ນ) ເພີ່ມທະວີການພົວພັນຮ່ວມມື

ຍສໝ - ນັ້ນ​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ຮັບ​ການ​ປຶກສາ​ຫາລື​ລະຫວ່າງ​ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ຟ່ານວັນໝາຍ ແລະ ​ ຜູ້ວ່າການແຂວງ Hyogo (ຍີ່ປຸ່ນ) ທ່ານ Saito Motohiko ໃນຕອນເຮັດວຽກ​ວັນ​ທີ 20 ທັນວາ ຢູ່​ນະຄອນ ​ໂຮ່ຈີ​ມິນ.

ນະຄອນ ໂຮ່ຈີມິນ ເຊີນຊວນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມບັນດາຂົງເຂດລົງທຶນທີ່ສຳຄັນ

ນະຄອນ ໂຮ່ຈີມິນ ເຊີນຊວນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມບັນດາຂົງເຂດລົງທຶນທີ່ສຳຄັນ

ຍສໝ - ນັ້ນ​ແມ່ນ​ເນື້ອໃນ​ທີ່​ທ່ານ​ນາງ ຫວູທິ​ຮວິ່ງມາຍ, ປະທານ​ຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ນະຄອນ ​ໂຮ່ຈີ​ມິນ ​ແຈ້ງກັບບັນດາຜູ້ແທນທີ່ການພົບປະ​ຢູ່​ນອກ​ “​ເວທີ​ປາ​ໄສ​ວິ​ສາ​ຫະກິດຊາວຫວຽດນາມ ຢູ່ຕ່າງປະເທດ ​ໄທ - ຫວຽດນາມ - ລາວ - ກຳປູ​ເຈຍ - ມຽນມາ” ໃນປີ 2023.

ນະຄອນ ໂຮ່ຈີມິນ ເຊີນຊາວຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມບັນດາຂົງເຂດລົງທຶນທີ່ສຳຄັນ

ນະຄອນ ໂຮ່ຈີມິນ ເຊີນຊາວຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມບັນດາຂົງເຂດລົງທຶນທີ່ສຳຄັນ

ຍສໝ - ນັ້ນ​ແມ່ນ​ຄຳ​ເຫັນ​ທີ່​ທ່ານ​ນາງ ຫວູທິ​ຮູ່ຍ​ມາຍ, ປະທານ​ຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ທີ່​ກອງ​ປະຊຸມ​ຢູ່​ນອກ​ກອງ​ປະຊຸມ “​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຕ່າງປະ​ເທດ ​ໄທ - ຫວຽດນາມ - ລາວ - ກຳປູ​ເຈຍ - ມຽນມາ” ໃນປີ 2023.

ນະຄອນ​ໂຮ່ຈີ​ມິນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ແຂ່ງຂັນ​ອະສັງຫາລິມະ​ຊັບ​ອຸດສາຫະກຳ

ນະຄອນ​ໂຮ່ຈີ​ມິນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ແຂ່ງຂັນ​ອະສັງຫາລິມະ​ຊັບ​ອຸດສາຫະກຳ

ຍສໝ - ຕາມ​ບົດ​ລາຍ​ງານ​ຂອງ​ຄະນະ​ບໍລິຫານ​ງານ​ເຂດ​ອຸດສາຫະກຳ ​ແລະ ສົ່ງ​ອອກ​ນະຄອນ​ໂຮ່ຈິ​ມິນ (Hepza), ​ໃນ 10 ​ເດືອນ​ຕົ້ນ​ປີ 2023, ຍອດ​ຈຳນວນ​ທຶນ​ລົງທຶນ​ທີ່​ໄດ້​ຮັບ​ອະນຸມັດ​ໃໝ່ ​ແລະ ທຶນ​ປັບ​ປຸງ​ຢູ່​ບັນດາ​ເຂດ​ອຸດສາຫະກຳ​ໃນ​ນະຄອນ​ຈະ​ບັນລຸ 948 ລ້ານ​ເທື່ອ​ຄົນ. USD, ບັນລຸ 172,51% ຂອງ​ແຜນການ​ປີ, ​ເພີ່ມ​ຂຶ້ນ 124% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2022.

ນະຄອນ​ໂຮ່ຈິ​ມິນ ​ເປີດ​ໂອກາດ​ຕອບ​ສະໜອງເຄື່ອນ​ໄຫວ “​ເພື່ອ​ຄົນ​ທຸກ​ຍາກ”

ນະຄອນ​ໂຮ່ຈິ​ມິນ ​ເປີດ​ໂອກາດ​ຕອບ​ສະໜອງເຄື່ອນ​ໄຫວ “​ເພື່ອ​ຄົນ​ທຸກ​ຍາກ”

ຍສໝ - ຕອນ​ເຊົ້າ​ວັນ​ທີ 14 ຕຸລາ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ເດືອນ​ແຫ່ງ​ຄວາມ​ໝັ້ນຄົງ “​ເພື່ອ​ຄົນ​ທຸກ​ຍາກ” ປີ 2023.

ປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນ ປາດຖະໜາຢາກຮ່ວມມື ແລະ ສ້າງແຜນການພັດທະນານະຄອນ ໂຮ່ຈີມິນ

ປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນ ປາດຖະໜາຢາກຮ່ວມມື ແລະ ສ້າງແຜນການພັດທະນານະຄອນ ໂຮ່ຈີມິນ

ຍສໝ - ນັ້ນ​ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ທ່ານ​ນາງ ໂຕງ​ທິກິມ​ຢາວ, ປະທານ​ສະມາຄົມວິສາຫະກິດຫວຽດນາມ ປະຈຳ ຍີ່ປຸ່ນ ​ໃນ​ການ​ເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນ​ນະຄອນ ​ໂຮ່ຈີ​ມິນ ໂດຍການນຳໜ້າຂອງ​ທ່ານ ​ເຈີ່ນ​ດຶກ​ຮຽນ, ຮອງ​ປະທານ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນະຄອນ​ໂຮ່ຈິ​ມິນ.

1 2