ນະຄອນໂຮ່ຈີມິນ ເປີດຕົວ ໂຄງການ “ນະຄອນແຫ່ງໄມຕີຈິດ - ເຊື່ອມຕໍ່ຄວາມຮັກແພງ”
ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານນາງ ໂຕທິບິກເຈົາ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໄດ້ຢັ້ງຢືນວ່າ: ພັກ, ລັດ ຍາມໃດກໍ່ກຳນົດວ່າ ວຽກງານຫຼຸດຜ່ອນຄວາມທຸກຍາກ ແບບຍືນຍົງ ແມ່ນແຜນນະໂຍບາຍໃຫຍ່, ສຳຄັນ, ສະເໝີຕົ້ນສະເໝີປາຍ, ໃນຕະຫຼອດໄລຍະປະຕິບັດ ພາລະກິດແຫ່ງການປ່ຽນແປງໃໝ່, ກໍ່ສ້າງ ແລະ ພັດທະນາປະເທດຊາດ.